3 ອົງ​ການ​ຈັດ​ລະ​ດັບ​ໄວ້​ວາງ​ໃຈ ລ້ວນ​ແຕ່​ຕີ​ລາ​ຄາວ່າ ຫວຽດ​ນາມ ມີ​ແງ່​ຫວັງ “ຕັ້ງ​ໜ້າ”

(VOVWORLD) - ບັນດາອົງການຈັດຕັ້ງສາກົນ ໄດ້ໃຫ້ຂໍ້ສັງເກດວ່າ ຫວຽດນາມ ມີແງ່ຫວັງສືບຕໍ່ຈະເລີນເຕີບໂຕໃນປີນີ້ ຍ້ອນບັນດານະໂຍບາຍເສດຖະກິດມະຫາພາກ ລະດັບຄວາມໄວໃນການເຕີບໂຕ ເສດຖະກິດຍືນຍົງ, ລະດັບຄວາມໄວ GDP ເພີ່ມຂຶ້ນສູງ ແລະ ຄວາມສາມາດດຶງດູດ FDI. 
3 ອົງ​ການ​ຈັດ​ລະ​ດັບ​ໄວ້​ວາງ​ໃຈ ລ້ວນ​ແຕ່​ຕີ​ລາ​ຄາວ່າ ຫວຽດ​ນາມ ມີ​ແງ່​ຫວັງ “ຕັ້ງ​ໜ້າ” - ảnh 1(ພາບປະກອບ: TTXVN)

 ທ່ານ ໂງດັງຄວາ, ຫົວໜ້າກຸ່ມເງິນຕາຕ່າງປະເທດ, ຕະຫຼາດທຶນຮອນ ແລະ ການບໍລິການຫຼັກຊັບ HSBC ຫວຽດນາມ, ໃຫ້ຮູ້ວ່າ HSBC  ຄາດຄະເນວ່າ GDP ຂອງ ຫວຽດນາມ ໃນປີ 2022 ແມ່ນປະມານ 6,5%. ພ້ອມດຽວກັນນັ້ນ, HSBC ກໍ “ມີຄວາມປະເອີບໃຈ” ຕໍ່ເລື່ອງ ຫວຽດນາມ ອາດຈະບັນລຸໄດ້ກຳນົດຄວາມໄວ້ວາງໃຈລົງທຶນໃນສອງສາມປີຕື່ມອີກ ຫຼືກ່ອນປີ 2030. ໃນຂະນະນັ້ນ, ທ່ານນາງ Sagarika Chandra, ຜູ້ອຳນວຍການອົງການຕີລາຄາຄວາມໄວ້ວາງໃຈແຫ່ງຊາດຂອງ Fitch Ratings ຢູ່ພາກພື້ນ ອາຊີ - ປາຊີຟິກ, ໃຫ້ຮູ້ວ່າ ອົງການນີ້ ຫວັງວ່າ ການເຕີບໂຕ GDP ຂອງ ຫວຽດນາມ ຈະເພີ່ມຂຶ້ນ 6,1% ໃນປີ 2022 ແລະ 6,3% ໃນປີ 2023. ສະນັ້ນ, Fitch Ratings ຄາດຄະເນວ່າ ຄວາມມານະພະຍາຍາມຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ສູ້ຊົນໃຫ້ບັນລຸໄດ້ລະດັບເຕີບໂຕສູງ ແລະ ການປັບປຸງດ້ານການເງິນສາທາລະນະກວ່າອີກນັ້ນ ຈະຊ່ວຍເພີ່ມການຈັດອັນດັບຄວາມໄວ້ວາງໃຈແຫ່ງຊາດໃນໄລຍະຈະມາເຖິງຕື່ມອີກ.  (ເລເຟືອງ)


ຕອບກັບ

ຂ່າວ/ບົດ​ອື່ນ