35 ປະເທດ ເຫັນດີ ເພີ່ມທະວີຄວາມປອດໄພດ້ານນິວເຄຼຍ

35 ປະເທດ ເຫັນດີ ເພີ່ມທະວີຄວາມປອດໄພດ້ານນິວເຄຼຍ - ảnh 1
35 ປະ​ເທດ ​ເຫັນ​ດີ​ເພີ່ມ​ທະວີ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ
(ພາບປະກອບ)


(vovworld) - ​ໃນ​ຂອບ​ເຂດກອງ​ປະຊຸມ​ສຸດ​ຍອດຄວາມ​ໝັ້ນຄົງ​ປອດ​ໄພ​ດ້ານ​ນິວ​ເຄຼຍຄັ້ງ​ທີ 3 ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ ລາ​ໄຮ, ປະ​ເທດ​ໂຮ​ນລັງ, 35 ປະ​ເທດ ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຮ່ວມ ດ້ວຍ​ຄຳ​ໝັ້ນ​ສັນຍາ​ຈະ​ເພີ່ມ​ທະວີ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ ​ແລະ ສະໜັບສະໜູນ​ຂໍ້​ລິ​ເລີ່​ມທົ່ວ​ໂລກ​ຂອງ​ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ກ່ຽວ​ກັບ​ການ​ສະກັດ​ກັ້ນ​ເລື່ອງເຊື້ອ​​ໄຟນິວ​ເຄຼຍ ຕົກ​ໃສ່​ກຳມືບັນດາ​ກຸ່ມກໍ​ການ​ຮ້າຍ. ບັນດາ​ປະ​ເທດ​ດັ່ງກ່າວ ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ສົ    ມທົບ​ກັນ​ຢ່າງ​​ແໜ້ນ​ແຟ້ນກວ່າ ​ແລະ ​ແລກປ່ຽນ​ບັນດາ​ກົນ​ໄກ​ປອດ​ໄພ​ດ້ານ​ນິວ​ເຄຼຍຂອງ​ຕົນ ​ເປັນ​ປະຈຳ. ນອກຈາກ​ນັ້ນ, ບັນດາ​ປະ​ເທດ​ກໍ່​ຈະ​ຫັນ​ເປັນ​ລະບອບ​ບັນດາ​ທິດ​ທາງ​ຊີ້​ນຳ​ສາກົນ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ ​ເປັນ​ກົດໝາຍ​ແຫ່ງ​ຊາດ. ບາງ​ປະ​ເທດ​ຄື: ອິດສຣາ​ແອນ, ກາຣັກສຖານ, ​ໂມ​ໂຣ​ໂກ ​ແລະ​ ຕວກກີ ຍັງ​ຢືນຢັນ​ຈະ​ຫັນ​ເປັນ​ຕົວ​ຈິງ ​ແລະ ຍູ້​ແຮງ​ບັນດາ​ມາດຖານ​ຂອງ​ອົງການ​ພະລັງງານ​ປະລາ​ມະນູ​ສາກົນ ​ເພື່ອ​ປົກ​ປັກ​ຮັກສາວັດຖຸ​ຜະລິດ​ນິວ​ເຄຼຍ.

ຂ່າວ/ບົດ​ອື່ນ