40 ກ່​ວາ ປະ​ເທດໄດ້​ສົ່ງ​ເຄື່ອງ​ໜູນ​ຊ່ວຍ​ໃຫ້​ແກ່​ອິນ​ເດຍ

(VOVWORLD) -ຖ້ຽວບິນພິເສດຂອງ ອາເມລິກາ ຈະຂົນສົ່ງບັນດາວັດຖຸດິບ ເພື່ອຜະລິດວັກຊິນກັນໂຄວິດ - 19, ເຄື່ອງອຸປະກອນຜະລິດໂອຊີ ແລະ ເຄື່ອງເຕົ້າໂຮມໂອຊີ ໄປຍັງ ອິນເດຍ
40 ກ່​ວາ ປະ​ເທດໄດ້​ສົ່ງ​ເຄື່ອງ​ໜູນ​ຊ່ວຍ​ໃຫ້​ແກ່​ອິນ​ເດຍ - ảnh 1ເຮືອບິນຂົນສົ່ງເຄື່ອງໜູນຊ່ວຍໄປຍັງ ອິນເດຍ (ພາບ: ANI)

ໄລ່ຮອດວັນທີ 29 ເມສາ, ອິນເດຍ ໄດ້ຮັບເຄື່ອງກູ້ຊ່ວຍ ແລະ ຄຳສະເໜີໜູນຊ່ວຍຈາກ ກ່ວາ 40 ປະເທດໃນໂລກ ເພື່ອໃຫ້ ອິນເດຍ ສາມາດສະກັດກັ້ນການແຜ່ລະບາດຄັ້ງທີ 2 ຂອງໂລກລະບາດໂຄວິດ - 19. ບັນດາເຄື່ອງຊ່ວຍເຫຼືອລວມມີ ອຸປະການສະສົມ ແລະ ຜະລິດໂອຊີ ການແພດ, ພ້ອມກັບຢາຊະນິດຕ່າງໆທີ່ຈຳເປັນໃຫ້ແກ່ການປິ່ນປົວພະຍາດໂຄວິດ - 19. ໃນຈຳນວນດັ່ງກ່າວ, ມີ 3

ຖ້ຽວບິນພິເສດຂອງ ອາເມລິກາ ຈະຂົນສົ່ງບັນດາວັດຖຸດິບ ເພື່ອຜະລິດວັກຊິນກັນໂຄວິດ - 19, ເຄື່ອງອຸປະກອນຜະລິດໂອຊີ ແລະ ເຄື່ອງເຕົ້າໂຮມໂອຊີ ໄປຍັງ ອິນເດຍ

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ອິນເດຍ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 386.829 ຄົນ ແລະ ມີຜູ້ເສຍຊີວິດ 3.501 ຄົນ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອຢູ່ປະເທດນີ້ຂຶ້ນເຖິງ 18.754.925 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 208.313 ຄົນ

ຟານຕຸ່ງນັກຂ່າວ VOV ປະຈຳ ອິນເດຍ

ຕອບກັບ

ຂ່າວ/ບົດ​ອື່ນ