40ປະເທດແລະເຂດແຄ້ວນເຂົ້າຮ່ວມງານມະໂຫລານຮູບເງົາສາກົນຮ່າໂນ້ຍ

40ປະເທດແລະເຂດແຄ້ວນເຂົ້າຮ່ວມງານມະໂຫລານຮູບເງົາສາກົນຮ່າໂນ້ຍ - ảnh 1

(vovworld)- ງານ​ມະ​ໂຫລານ​ຮູບ​ເງົາ​ສາ​ກົນ ຮ່າ​ໂນ້ຍຄັ້ງ​ທີ 4 ດຳ​ເນີນ​ໄປ​ແຕ່​ວັນ​ທີ 1/11/2016 -5/11/2016 ດ້ວຍ​ຫົວ​ຂໍ້: “ຮູບ​ເງົາ - ການ​ເຊື່ອມ​ໂຍງ  ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ”           ໄດ້​ດຶງ​ດູດ​ຮູບ​ເງົາ 550 ເລື່ອງ ຂອງ 40 ປະ​ເທດ ແລະ ເຂດ​ແຄ້ວນ ຈົດ​ທະ​ບຽນ​ເຂົ້າ​ຮ່ວມ. ງານ​ມະ​ໂຫລານ​ຮູບ​ເງົາ​ສາ​ກົນ ຮ່າ​ໂນ້ຍຄັ້ງ​ທີ 4 ເປັນ​ການ​ເຊີດ​ຊູ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຮູບ​ເງົາ​ດີ​ເດັ່ນ, ມີ​ຄຸນ​ຄ່າ​ສິ​ລະ​ປະ​ສູງ, ເຕັມ​ໄປ​ດ້ວຍ​ລັກ​ສະ​ນະ​ວັດ​ທະ​ນະ​ທຳ​ມະ​ນຸດ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ສົ່ງ​ເສີມ​ບັນ​ດາ​ຜູ້​ມີ​ຄວາ​ມ​ເກັ່ງ​ກ້າ​ສ​າ​ມາດ​ດ້ານ​ຮູບ​ເງົາ. ນີ້​ກໍ​ແມ່ນ​ໂອ​ກາດ​ເພື່ອ​ເປີດກວ້າງ​ຕະ​ຫລາດ​ຮູບ​ເງົາ​ຫວຽດ​ນາມ ອອກ​ສູ່​ພາກ​ພື້ນ ແລະ ໂລກ, ໂຄ​ສະ​ນາ​ພາບ​ພົດ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ. ໃນ​ຂອບ​ເຂດ​ງານ​ມະ​ໂຫລານ​ຮູບ​ເງົາ​ສາ​ກົນ ຮ່າ​ໂນ້ຍ ຄັ້ງ​ທີ 4 ຍັງ​ມີ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ຄື: ກອ​ງ​ປະ​ຊຸ​ມ​ສຳ​ມະ​ນາ “ການ​ຮ່ວມ​ມື​ຜະ​ລິດ​ຮູບ​ເງົາ​ໃນ​ບັນ​ດາ​ປະ​ເທດ ອາ​ຊຽນ; ການ​ພົບ​ປະ​ສົນ​ທະ​ນາ “ຮູບ​ເງົາ​ອິນ​ເດຍ”, “ຄ້າຍ​ປະ​ດິດ​ແຕ່ງຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ຫນຸ່ມ Haniff 2016”.


ຕອບກັບ

ຂ່າວ/ບົດ​ອື່ນ