44ປີແຫ່ງວັນອອກຖະແຫລງການຮ່ວມລະຫວ່າງສປປເກົາຫລີແລະສເກົາຫລີ

44ປີແຫ່ງວັນອອກຖະແຫລງການຮ່ວມລະຫວ່າງສປປເກົາຫລີແລະສເກົາຫລີ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ສ​ເກົາ​ຫລີ ທ່ານ​ນາງ Park Geun hye
ພາບ:xaluan

(vovworld)- ​ວັນ​ທີ 4/7, ປະ​ທາ​ນາ​ທິ​ບໍ​ດີ ສ​ເກົາ​ຫລີ ທ່ານ​ນາງ Park Geun hye ໄດ້​ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ຊົນ​ຊາດ, “ບໍ່​ໄດ້​ລະ​ເລີຍ​ຕ້ອງ​ມີ​ຄວາມ​ລະ​ມັດ​ລະ​ວັງ” ແລະ ສ້າງ​ແນວ​ໂຮມ​ເອ​ກະ​ພາບ​ເພື່ອ​ສະ​ກັດ​ກັ້ນ “ການ​ແຕກ​ແຫງ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ປ​ະ​ຊາ​ຄົມ​ສາ​ກົນ” ເພື່ອ​ຈຳ​ກັດ ສ​ປ​ປ ເກົາ​ຫລີ ພັດ​ທະ​ນາ​ໂຄງ​ການ​ນິວ​ເຄຼຍ. ການ​ນຳ ສ​ເກົາ​ຫລີ ຖື​ວ່າ ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມນີ້​ພຽງ​ແຕ່​ເຮັດ​ໃຫ້​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ຂອງ​ປະ​ຊາ​ຄົມ​ສາ​ກົນແຂ​ງ​ແຮງກວ່າ ແລະ ກໍ່​ຄວາມຂາດ​ສະ​ຖຽນ​ລະ​ພາບ​ທາງ​ສັງ​ຄົມ. ໃນ​ວັນ​ດຽວ​ກັນ, ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ສ​ເກົາ​ຫລີ, ທ່ານ​ນາງ ປະ​ທາ​ນາ​ທິ​ບໍ​ດີ Park Geun hye ໄດ້​ມີ​ການ​ພົບ​ປະ​ກັບ​ບັນ​ດາ​ສະ​ມາ​ຊິກ​ຂອງ​ອົງ​ການ​ພົນ​ລະ​ເຮືອນ “ສະ​ຫະ​ພັນ​ເສ​ລິ​ພາບ ສ​ເກົາ​ຫລີ”. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ນາງ Park Geun hye ຖະ​ແຫລງວ່າ ຖ້າ​ຫາກ ສ​ປ​ປ ເກົາ​ຫລີ ບໍ່​ປ່ຽນ​ແປງ​ການ​ກະ​ທຳ​ກ່ຽວ​ກັບ​ໂຄງ​ການ​ອາ​ວຸດ​ນິວ​ເຄຼຍ​ຂອງ​ເຂົາ​ເຈົ້າ, ບໍ່​ວ່າ​ກອງ​ປະ​ຊຸມ​ໃດ​ຫລື​ຂໍ້​ຕົກ​ລົງ​ໃດ​ກັບ​ພຽງ​ຢ​າງ ລ້ວນ​ແຕ່​ “ໄຮ້​ຄວາມ​ໝາຍ”, “ບໍ່​ແທດ​ຈິງ”.

ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ Park Geun hye ຍົກ​ອອກ​ຄຳ​ຖ​ະ​ແຫລງ​ດັ່ງ​ກ່າວ​ກົງ​ກັບ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 44 ປີ ແຫ່ງວັນ​ອອກ​ຖະ​ແຫລງ​ການ​ຮ່ວ​ມ​ລະ​ຫວ່າງ ສ​ປ​ປ ເກົາ​ຫລີ ແລະ ສ​ເກົາ​ຫລີ (4/7/1972-4/7/2016), ຕາມນັ້ນ​ແລ້ວ ແຫລມ​ເກົາ​ຫລີ ມຸ່ງ​ໄປ​ເຖິງ​ການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ຜ່ານ 3 ຫລັກ​ການ ເປັນ​ເຈົ້າ​ຕົນ​ເອງ, ສັນ​ຕິ​ພາບ ແລະ ກຸ່ມ​ກ້ອນມະ​ຫາ​ສາ​ມັກ​ຄີຊົນ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ