45 ປີ​ແຫ່ງ​ການຮັກສາ ​ສາກ​ສົບ​ປະທານ​ໂຮ່ຈິ​ມິນ


45 ປີ​ແຫ່ງ​ການຮັກສາ ​ສາກ​ສົບ​ປະທານ​ໂຮ່ຈິ​ມິນ - ảnh 1

ງານ​ພົບ​ປະ​ສ້າງສັນ

 (ພາບ: vov)

 (vovworld)- ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງການ​ປົກ​ປັກ​ຮັກສາ​ສາກ​ສົບ​ປະທານ​ໂຮ​ຈິ​ມິນ ​ ວັນ​ທີ 28/4, ຢູ່​ສຳນັກງານ​ສະຖານທູດ​ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ, ຄະນະ​ຄຸ້ມ​ຄອງ​ສຸສານ​ປະທານ​ໂຮ່ຈິ​ມິນ ​ໄດ້​ຈັດ​ງານ​ພົບ​ປະ​ສ້າງສັນ​​ບັນດາ​ຜູ້​ຊ່ຽວຊຽນ​ການ​ແພດ​ລັດ​ເຊຍ ​ທີ່​ມີ​ການ​ປະກອບສ່ວນ​ຫຼາຍ​ຢ່າງ​ໃຫ້​ແກ່​ໜ້າ​ທີ່​ຮັກສາ​ສາກ​ສົບ​ປະທານ​ໂຮ​ຈິ​ມິນ. ທ່ານ​ພົນ​ຈັດຕະວາ ຟ້າ​ມວັນ​ເລິບ, ກຳມະການ​ການ​ເມືອງ​ກອງ​ບັນຊາ​ການ​ປ້ອງ​ກັນສຸສານ​ປະທານ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ​:

   “ພວກ​ຂ້າພະ​ເຈົ້າພວມ​ກະກຽມພິທີ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ປະທານ​ໂຮ່ຈິ​ມິນ ​ເຖິງ​ແກ່​ມໍລະນະ​ກຳ. ພວກ​ຂ້າພະ​ເຈົ້າຢາກ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່ບັນດາ​ນັກວິ​ທະຍາ​ສາດ​ລັດ​ເຊຍ, ຜູ້​ທີ່​ໄດ້​ພ້ອມ​ກັບ​ພວກ​ເຮົາ​ຮັກສາ​ສາກ​ສົບ​ປະທານ​ໂຮ່ຈິ​ມິນ ​ໃນ​ຊຸມ​ເດືອນ​ປີ​ຕໍ່ຕ້ານ​ທີ່​ດຸ​ເດືອດ. ບັນດາ​ນັກວິທະຍາສາດ​ໄດ້​ພ້ອມ​ກັບ​ພວກ​ຂ້າພະ​ເຈົ້າຜ່າ​ນຜ່າ​ຄວາມທຸກ​ຍາກ​ລຳ​ບາດ​ຫຼາຍ​ປະການ​ເພື່ອຮັກສາ​ສາກ​ສົບ​ປະທານ​ໂຮ່ຈິ​ມິນ​

   ​ໃນ​​ໂອກາດ​ນີ້, ທ່ານ​ພົນ​ຈັດຕະວາ ຟ້າ​ມວັນ​ເລິບ ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລັດ​ເຊຍ ຟ້າ​ມຊວນ​ເຊີນ ​ໄດ້​ມອບ​ຫຼຽນ​ໄຊ​ໂຮ່ຈິ​ມິນ, ມອບ​ຂອງຂວັນ​ຕອບ​ບຸນ​ແທນ​ຄຸນ​ບັນດາ​ນັກວິທະຍາສາດ, ຜູ້​ຊ່ຽວຊານ​ການ​ແພດ​ລັດ​ເຊຍ​​ທີ່​ຍາມ​ໃດ​ກໍ່​ຊ່ວຍ​ເຫຼືອ ​ແລະ ຮ່ວມ​ມື​ກັບ​ຫວຽ​ດນາມ ຢ່າງ​ມີ​ປະສິດທິ​ຜົນ./. 

 

ຂ່າວ/ບົດ​ອື່ນ