4ເດືອນຕົ້ນປີ, ທົ່ວປະເທດດຶງດູດທຶນFDIໄດ້ເກືອບ6,8ຕື້USD


4ເດືອນຕົ້ນປີ, ທົ່ວປະເທດດຶງດູດທຶນFDIໄດ້ເກືອບ6,8ຕື້USD - ảnh 1
(ພາບປະກອບ)

(vovworld) - ກົມ​ລົງທຶນ​ຕ່າງປະ​ເທດ, ກະຊວງ​ແຜນການ ​ແລະ ການ​ລົງທຶນ, ​ໃຫ້​ຮູ້​ວ່າ, ​ໄລ່​ຮອດ​ໝົດ​ເດືອນ 4, ທົ່ວ​ປະ​ເທດ​ດຶງ​ດູດ​ທຶນ FDI​ໄດ້​ເກືອບ 6,8 ຕື້ USD, ​ເພີ່ມ​ຂຶ້ນ 85% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ​ໃນ​ຂະນະ​ນັ້ນ, ສາມາ​ດປ່ອຍ​ທຶນ​ໄດ້ 4,7 ຕື້ USD, ​ເພີ່ມ​ຂຶ້ນ 12% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.

        ​ໃນ 4 ​ເດືອນ​ຕົ້ນ​ປີ, ຂະ​ແໜງ​ອຸດສາຫະກຳ​ຜະລິດ​ປຸງ​ແຕ່ງ, ປະດິດ​ສ້າງ, ​​ແມ່ນຂະ​ແໜງ​​ດຶງ​ດູດ​ທຶນ​ຈາກ​ຕ່າງປະ​ເທດ​ໄດ້​ຫຼາຍ​ກວ່າ​ໝູ່, ດ້ວຍ​ຈຳນວນ​ທຶນ​ຈົດ​ທະບຽນບັນລຸ​ເກືອບ 5.25 ຕື້ USD. ​ໃນ 4 ​ເດືອນ​ຕົ້ນ​ປີ, ທົ່ວ​ປະ​ເທດ​ມີ 41 ​ແຂວງ, ນະຄອນ​ມີ​ໂຄງການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ໄດ້​ຮັບ​ໜັງສື​ອະນຸຍາດ​ໃໝ່. ​ໃນ​ນັ້ນ, ຫາຍ​ຝ່ອງມີ​ຈຳນວນ​ທຶນ​ຈົດ​ທະບຽນ​ຫຼາຍ​ກວ່າ​ໝູ່, ​ແມ່ນ 1,6 ຕື້ USD, ຖັດມາ​ແມ່ນ ຮ່າ​ໂນ້ຍ, ບິ່ງ​ເຢືອງ, ບັກ​ນິງ, ດົ່ງ​ນາຍ, ຕ່ຽນຢາງ, ນະຄອນ ​ໂຮ່ຈີ​ມິນ. ​ໃນ​ຈຳນວນ 45 ປະ​ເທດ ​ແລະ ​ເຂດ​ແຄວ້ນ​ທີ່​ມີ​ໂຄງການ​ລົງທຶນ​​ໄດ້​ຮັບ​ໜັງສື​ອະນຸຍາດ​ໃໝ່​ຢູ່ ຫວຽດນາມ ​ໃນ 4 ​ເດືອນ​ຜ່ານ​ມາ​ນັ້ນ, ສ ​ເກົາຫຼີ​ແມ່ນ​ນັກ​ລົງທຶນ​ໃຫຍ່​ກວ່າ​ໝູ່, ດ້ວຍ 2.48 ຕື້ USD, ຖັດມາ​ແມ່ນ ສິງ​ຄະ​ໂປ, ​ໄຕ້​ຫວັນ, ຍີ່ປຸ່ນ, ມາ​ເລ​​ເຊຍ, ​ໂຮງ​ກົງ, ຈີນ.

ຂ່າວ/ບົດ​ອື່ນ