5 ປະເທດອາຊຽນ ແລະຈີນ ຮ່ວມມືກັນຕ້ານການຄ້າຂາຍຢາເສບຕິດ

5 ປະເທດອາຊຽນ ແລະຈີນ ຮ່ວມມືກັນຕ້ານການຄ້າຂາຍຢາເສບຕິດ - ảnh 1

ການ​ປະຊຸມ​ລັບ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ຄ້າຂາຍ​ຢາ​ເສບ​ຕິດ

(ພາບ: vov.vn)

(vovworld)- ​ວັນ​ທີ 9/5, ຢູ່​ກອງ​ປະຊຸມຂັ້ນລັດຖະມົນຕີ 6 ປະ​ເທດ ລວມມີ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ຄື: ກຳປູ​ເຈຍ, ລາວ, ມຽນມາ, ​ໄທ ​ແລະ ຫວຽດນາມ ພ້ອມ​ກັບ​ຈີນ ທີ່ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ Nay Pyi Taw ປະ​ເທດ​ມ້ຽນ​ມາ, ທຸກໆຝ່າຍ​​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ ​ໃຫ້​ຄຳໝັ້ນສັນຍາ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ຕ້ານ​ການ​ຄ້າຂາຍ​ຢາ​ເສບ​ຕິດ, ພ້ອມ​ທັງ​ກ່າວ​ເຕືອນ​ວ່າ: ການ​ຄ້າຂາຍ​ຢາ​ເສບ​ຕິດ​ພວມ​ແມ່ນ​ໄພ​ນາບ​ຂູ່​ທີ່​ຮ້ານ​ແຮງ​​ຕໍ່ພາກ​ພື້ນ. ຖະ​ແຫຼ​ງການສະ​ແດງ​ຄວາມ​ພຶງ​ພໍ​ໃຈ​ຕໍ່​ບັນດາ​ຄວາມ​ມານະ​ພະຍາຍາມ​ອັນ​ໃຫ່ຍຫຼວງ ​ແລະ ວິວັດ​ການ​ຊື່​ງ 6 ປະ​ເທດ​ບັນລຸ​ໄດ້​ຜ່ານ​ການ​ຮ່ວມ​ມື​ທີ່​ມີ​ປະສິດທິ​ຜົນ​ໃນ​ຂອບ​ເຂດ​ບັນດາ​ກົນ​ໄກ​ຮ່ວມ​ມື​ສາກົນ, ພາກ​ພື້ນ, ອະນຸ​ພາກ​ພຶ້ນກໍ່​ຄື​ສອງ​ຝ່າຍ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ຄ້າຂາຍ​ຢາ​ເສດ​ຕິດ. ​ໃນ​ຖະ​ແຫຼ​ງການ​ຮ່ວມ, ບັນດາ​ປະ​ເທດ​ໄດ້​ຢືນຢັນ​ອີກ​ເທື່ອ​ໜຶ່ງ​ຄວາມ​ຕັດສິນ​ໃຈ​ຈະ​ຜ່ານ​ຜ່າ​ໄພ​ຢາ​ເສບ​ຕິດ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ ​ແລະ ຈະ​ມານະ​ພະຍາຍາມ​ປັດ​ເຂ່ຍ​ໄພ​ອັນຕະລາຍ​ນີ້. ປະ​ເທດ​ຕ່າງໆ​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຂ້າມ​ຊາຍ​ແດນ, ຍູ້​ແຮງ​ບັນດາ​ໂຄງການ​ພັດທະນາປ່ຽນ​ແທນ ​ແລະ ​ແບ່ງປັນ​ບົດຮຽນ​ໃນ​ການ​ສະກັດ​ກັ້ນການ​​ເສບ​ຢາ​ເສບ​ຕິດ, ບຳບັດ​ຜູ້​ຕິດ​ຢາ​ເສບ​ຕິດ ​ແລະ ການ​ສຶກສາ​ອົບຮົມຄວາມ​ຮັບ​ຮູ້​ໃນ​ວົງ​ຄະນາ​ຍາດ.

ຂ່າວ/ບົດ​ອື່ນ