50 ປີແຫ່ງວັນສ້າງຕັ້ງການພົວພັນ ຫວຽດນາມ - ຝລັ່ງ: ບາດກ້າວໃໝ່ໃນການພົວພັນຮ່ວມມືທ້ອງຖິ່ນກັບເກາະ Corse

(VOVWORLD) - ຜູ້ຕາງໜ້າເຂດ Corse ສະແດງຄວາມຫວັງຢາກຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນໄລຍະຈະມາເຖິງ, ເມື່ອເຂດ Corse ຜັນຂະຫຍາຍນະໂຍບາຍເພີ່ມທະວີການເຊື່ອມໂຍງສາກົນ
50 ປີແຫ່ງວັນສ້າງຕັ້ງການພົວພັນ ຫວຽດນາມ - ຝລັ່ງ: ບາດກ້າວໃໝ່ໃນການພົວພັນຮ່ວມມືທ້ອງຖິ່ນກັບເກາະ Corse - ảnh 1ການເຮັດວຽກຂອງຄະນະຢູ່  Corse

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ເກາະ Corse ແຕ່ວັນທີ 23 – 25 ຕຸລາ, ວັນທີ 23 ຕຸລາ, ຢູ່ນະຄອນ Ajaccio, ເມືອງເອກຂອງແຂວງ Corse-du-Sud, ທ່ານ ດິງຕ່ວານຖັ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ໄດ້ເຮັດວຽກກັບທ່ານ Alexandre  Vinciguerra, ກຳມະການປະຈຳ ສະພາບໍລິຫານເຂດ Corse, ຮັບຜິດຊອບດ້ານເສດຖະກິດ ແລະ ການເງິນ, ປະທານອົງການພັດທະນາ Corse, ຕາງໜ້າໃຫ້ປະທານສະພາບໍລິຫານເຂດ Corse.

          ທີ່ການເຮັດວຽກ, ທ່ານ Alexandre  Vinciguerra ໄດ້ແນະນຳສະພາບການພັດທະນາເສດຖະກິດຂອງທ້ອງຖິ່ນ, ດ້ວຍບັນດາຂົງເຂດເສົາຄ້ຳແມ່ນການທ່ອງທ່ຽວ, ພະລັງງານທົດແທນ ແລະ ພວມມຸ່ງໄປເຖິງພື້ນຖານເສດຖະກິດພູມປັນຍາດ້ວຍເລື່ອງເປີດບັນດາມະຫາວິທະຍາໄລແຫ່ງໃໝ່. ຜູ້ຕາງໜ້າເຂດ Corse ສະແດງຄວາມຫວັງຢາກຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນໄລຍະຈະມາເຖິງ, ເມື່ອເຂດ Corse ຜັນຂະຫຍາຍນະໂຍບາຍເພີ່ມທະວີການເຊື່ອມໂຍງສາກົນ, ກຽມພ້ອມຕ້ອນຮັບບັນດາວິສາຫະກິດ ຫວຽດນາມ ທີ່ມາຊອກຫາໂອກາດຮ່ວມມືການຄ້າ ແລະ ການລົງທຶນ…

        ສ່ວນທ່ານເອກອັກຄະລັດຖະທູດ ດິງຕ່ວານຖັ່ງ ຢັ້ງຢືນຄວາມປິຕິຊົມຊື່ນ ແລະ ເປັນກຽດທີ່ໄດ້ໄປຢ້ຽມຢາມເກາະ Corse ໃນສະພາບການທີ່ສອງປະເທດ ຫວຽດນາມ ແລະ ຝລັ່ງ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 – 2023), 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ (2013 – 2023).

ຕອບກັບ

ຂ່າວ/ບົດ​ອື່ນ