50 ປີແຫ່ງວັນເຊັນສັນຍາປາຣີ: ຂີດໝາຍສຳຄັນບົນເສັ້ນທາງພາໄປເຖິງສັນຕິພາບ

(VOVWORLD) -ສັນຍາ ປາຣີ ວ່າດ້ວຍການຢຸດຕິສົງຄາມ, ສ້າງສັນຕິພາບຢູ່ ຫວຽດນາມ ຄືນໃໝ່ ໄດ້ຮັບການລົງນາມ ແມ່ນໄຊຊະນະທີ່ໂດ່ງດັງຂອງຂະແໜງການທູດປະຕິວັດ ຫວຽດນາມ.
50 ປີແຫ່ງວັນເຊັນສັນຍາປາຣີ: ຂີດໝາຍສຳຄັນບົນເສັ້ນທາງພາໄປເຖິງສັນຕິພາບ - ảnh 1ທ່ານ ຟ້າມງາກ, ອະດີດຫົວໜ້າກົມບັນດາອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຫວຽດນາມ
(ພາບ: qdnd.vn)

        ກ່ອນນີ້ 50 ປີ (27 ມັງກອນ 1973), ສັນຍາ ປາຣີ ວ່າດ້ວຍການຢຸດຕິສົງຄາມ, ສ້າງສັນຕິພາບຢູ່ ຫວຽດນາມ ຄືນໃໝ່ໄດ້ຮັບການລົງນາມ. ສັນຍາ ປາຣີ ແມ່ນໄຊຊະນະດ້ານການເມືອງ ແລະ ການທູດຢ່າງໃຫຍ່ຫຼວງຂອງປະຊາຊົນ ຫວຽດນາມ, ແມ່ນບາດລ້ຽວປະຫວັດສາດຂອງການຕໍ່ສູ້ກູ້ຊາດຕ້ານ ອາເມລິກາ, ກ້າວໄປເຖິງການຕໍ່ສູ້ປົດປ່ອຍທາງພາກໃຕ້ຢ່າງສົມບູນ, ໂຮມປະເທດຊາດເປັນເອກະພາບ.

        ເກືອບ 5 ປີທີ່ຮ່ວມເດີນທາງພ້ອມກັບຄະນະປະຕິບັດງານປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ປາຣີ, ທ່ານ ຟ້າມງາກ, ອະດີດຫົວໜ້າກົມບັນດາອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຫວຽດນາມ, ໄດ້ເຂົ້າຮ່ວມການເຈລະຈາເກືອບທຸກຄັ້ງ ດ້ວຍໜ້າທີ່ເປັນຜູ້ແປພາສາ ແລະ ບັນທຶກເອກະສານໃຫ້ບັນດາກອງປະຊຸມເປີດ ແລະ ປິດລັບ. ທ່ານ ຟ້າມງາກ ແບ່ງປັນວ່າ:

        “ໃນວິວັດການເຈລະຈາສັນຍາ ປາຣີ, ສິ່ງສຳຄັນທີ່ສຸດແມ່ນການພົບປະລະຫວ່າງ 2 ຝ່າຍ, ພິເສດແມ່ນ ອາເມລິກາ ແລະ  ຫວຽດນາມ. ອາເມລິກາ ແມ່ນປະເທດໃຫຍ່ ແຕ່ສຳລັບ ຫວຽດນາມ ເຂົາເຈົ້າ ຖືເປັນສຳຄັນ, ເຄົາລົບເພື່ອເປີດເສັ້ນທາງໃຫ້ເຂົາເຈົ້າຖອນທະຫານ ແລະ ຮັກສາການພົວພັນເປັນຢ່າງດີ”.

        ສັນຍາ ປາຣີ ວ່າດ້ວຍການຢຸດຕິສົງຄາມ, ສ້າງສັນຕິພາບຢູ່ ຫວຽດນາມ ຄືນໃໝ່ ໄດ້ຮັບການລົງນາມ ແມ່ນໄຊຊະນະທີ່ໂດ່ງດັງຂອງຂະແໜງການທູດປະຕິວັດ ຫວຽດນາມ. ນີ້ແມ່ນຂີດໝາຍສຳຄັນ ບົນເສັ້ນທາງພາໄປເຖິງສັນຕິພາບ, ໂຮມປະເທດຊາດເປັນເອກະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ