6 ປະ​ເທດ ອີ​ຢູ ອອກ​ຖະ​ແຫຼງ​ການ​ຮ່ວມ ເພື່ອ​ແນ​ໃສ່​ຈຳ​ກັດ​ສະ​ພາບ​ອົບ​ພະ​ຍົບ​ແບບ​ຜິດ​ກົດ​ໝາຍ

(VOVWORLD) -   ບັນດາລັດຖະມົນຕີຂອງ 6 ປະເທດ ສະຫະພາບເອີຣົບ (EU), ລວມມີ: ເຢຍລະມັນ, ສ.ເຊັກໂກ, ໂປໂລຍ, ຝລັ່ງ, ແດນມາກ ແລະ ໂອຕາລິດ, ໄດ້ໂຮມປະຊຸມໃນວັນທີ 18 ກໍລະກົດ ຢູ່ Zugspitze - ຊາຍແດນລະຫວ່າງ ເຢຍລະມັນ ແລະ ໂອຕາລິດ ແລະ ອອກຖະແຫຼງການຮ່ວມ ເພື່ອແນໃສ່ຈຳກັດສະພາບອົບພະຍົບແບບຜິດກົດໝາຍ.
6 ປະ​ເທດ ອີ​ຢູ ອອກ​ຖະ​ແຫຼງ​ການ​ຮ່ວມ ເພື່ອ​ແນ​ໃສ່​ຈຳ​ກັດ​ສະ​ພາບ​ອົບ​ພະ​ຍົບ​ແບບ​ຜິດ​ກົດ​ໝາຍ - ảnh 1ຊາວອົບພະຍົບຖືກຕິດຂ້າງຢູ່ເຂດ Ras Ajdir ຢູ່ຊາຍແດນ Libya-Tunisia (ພາບ: TTXVN)

ຖະແຫຼງການດັ່ງກ່າວໄດ້ຢັ້ງຢືນວ່າ “ຄຳໝັ້ນສັນຍາລວມໃນການຮ່ວມມືຢ່າງມີປະສິດທິຜົນ ເພື່ອແນໃສ່ຫຼຸດຜ່ອນສະພາບອົບພະຍົບແບບຜິດກົດໝາຍ”, ພ້ອມທັງເນັ້ນໜັກເຖິງການຈັດສົ່ງຊາວອົບພະຍົບຜິດກົດໝາຍກັບເມືອປະເທດ ແມ່ນສິ່ງທີ່ຈຳເປັນເພື່ອຮັກສາຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທ້ອງຖິ່ນສຳລັບນະໂຍບາຍຂອງບັນດາປະເທດນີ້. ຖະແຫຼງການກໍຍົກໃຫ້ເຫັນຢ່າງເດັ່ນຊັດ ຄວາມສຳຄັນຂອງການປ້ອງກັນຊາຍແດນ ອີຢູ ແລະ ຮຽກຮ້ອງຄະນະກຳມະການເອີຣົບ ຈັດແບ່ງງົບປະມານໃຫ້ແກ່ໜ້າທີ່ນີ້ຢ່າງພຽງພໍ.

        ກອງປະຊຸມດັ່ງກ່າວໂດຍທ່ານລັດຖະມົນຕີກະຊວງພາຍໃນເຢຍລະມັນ Alexander Dobrindt ເປັນປະທານ. ຕາມກະຊວງພາຍໃນປະເທດ ເຢຍລະມັນ ແລ້ວ, ນີ້ແມ່ນບາດກ້າວທຳອິດໃນຄວາມມານະພະຍາຍາມປະຕິຮູບນະໂຍບາຍລວມຂອງ ອີຢູ ສຳລັບຊາວລີ້ໄພ.


ຕອບກັບ

ຂ່າວ/ບົດ​ອື່ນ