6 ເດືອນຕົ້ນປີ 2014, ສະພາບການຜະລິດ, ດຳເນີນທຸລະກິດມີສັນຍານຟື້ນຟູ

6 ເດືອນຕົ້ນປີ 2014, ສະພາບການຜະລິດ, ດຳເນີນທຸລະກິດມີສັນຍານຟື້ນຟູ - ảnh 1
(ພາບປະກອບ)

(vovworld) –  ​ວັນ​ທີ 27/06, ຢູ່​ຮ່າ​ໂນ້ຍ, ກົມ​ໃຫຍ່ສະຖິຕິ, ກະຊວງ​ແຜນການ ​ແລະ ການ​ລົງທຶນຫວຽດນາມ ​ໄດ້​ຈັດກ​ອງປະຊຸມ​ຂ່າວ​ປະກາດ​ຕົວ​ເລກ​ສະຫຼຸບ​ດ້ານ​ເສດຖະກິດ​ສັງຄົມ​ຂອງ​ຫວຽດນາມ ​ໃນ 6 ​ເດືອນ​ຕົ້ນ​ປີ 2014.

        ຕາມ​ກົມ​ໃຫຍ່ສະຖິຕິ​ແລ້ວ, ​ເສດຖະກິດ​ຫວຽດນາມ ​ໃນ 6 ​ເດືອນ​ຕົ້ນ​ປີ ​ເຖິງ​ວ່າ​ຍັງ​ປະສົບ​ກັບ​ຄວາມ​ຫຍຸກ​ຍາກ​ຫຼາຍ​ຢ່າງ ​ແຕ່​ມີ​ບັນດາ​ສັນຍາ​ທີ່​ໜ້າ​ຊື່ນຊົມ, ສະ​ແດງ​ອອກຜ່ານ​ຍອດຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ ​ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ ຄາດ​ວ່າ​ເພີ່ມ​ຂຶ້ນ 5,18% ​ເມື່ອ​ທຽບ​​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2013. ກະສິກຳ, ປ່າ​ໄມ້, ສິນ​ໃນ​ນ້ຳ, ອຸດສາຫະກຳ, ການ​ບໍລິການ ​ແມ່ນ​ບັນດາ​ຂົງ​ເຂດ​ມີ​ລະດັບ​ເຕີບ​ໂຕ​ສູງ.

        ​ແລະ​ກໍ່​ໃນ 6 ​ເດືອນ​ຕົ້ນ​ປີ 2014, ທົ່ວ​ປະ​ເທດ​ມີ​ກວ່າ 37.300 ວິ​ສາ​ຫະກິດຈົດ​ທະບຽນ​ສ້າງ​ຕັ້ງ​ໃໝ່ ດ້ວຍ​​ທຶນ​ຈົດ​ທະບຽນ 230.000 ຕື້​ດົງ, ​ເພີ່ມ​ຂຶ້ນ 19,3% ກ່ຽວ​ກັບ​ຈຳນວນ​​ທຶນ​ຈົດ​ທະບຽນ​ເມື່ອ​ທຽບ​​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2013. ຈຳນວນ​ວິ​ສາ​ຫະກິດຢຸດຕິ​ການ​ເຄື່ອນ​ໄຫວ​ກັບ​ຄື​ນສູ່​ການ​ດຳ​ເນີນ​ທຸລະ​ກິດ​ໃນ 6 ​ເດືອນ​ຕົ້ນ​ປີ​ບັນລຸ​ກວ່າ 8.300 ວິ​ສາ​ຫະກິດ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ວິ​ສາ​ຫະກິດ​ສ່ວນ​ຫຼາຍ​ລ້ວນ​ແຕ່​ມີ​ຄວາມ​ປະ​ເອີ​ບ​ໃຈ​ກ່ຽວ​ກັບ​ແງ່​ຫວັງ​ຟື້ນ​ຟູ ​​ແລະ ການພັດທະນາຂອງ​ເສດຖະກິດ​ຫວຽດນາມ​.

ຂ່າວ/ບົດ​ອື່ນ