6 ໝູ່ຄະນະຂອງແຂວງດ້ຽນບຽນໄດ້ຮັບຫຼຽນໄຊ, ຫຼຽນກາມິດຕະພາບຂອງລັດລາວ


6 ໝູ່ຄະນະຂອງແຂວງດ້ຽນບຽນໄດ້ຮັບຫຼຽນໄຊ, ຫຼຽນກາມິດຕະພາບຂອງລັດລາວ - ảnh 1
ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ມີຫຼາຍ​ບຸກ​ຄົນ, ​ໝູ່ຄະ​ນະ​ຂອງ​ຫວຽດ​ນາມໄດ້​ຮັບຫຼຽນ​ໄຊ, ຫຼຽນ​ກາ​ມິດ​ຕະ​ພາບ​ຂອງ​ລັດ​ລາວ

(vovworld)- ວັນ​ທີ 11/5, ຢູ່​ແຂ​ວງ ດ້ຽນ​ບຽນ ໄດ້​ຈັດ​ພິ​ທີ​ປະ​ດັບຫຼຽນ​ໄຊ, ຫຼຽນ​ກາ​ມິດ​ຕະ​ພາບ​ຂອງ​ລັດ​ລາວ​ໃຫ້​ແກ່​ບັນ​ດາ​ໝູ່​ຄະ​ນະ​ຂອງ​ແຂວງ​ດ້ຽນ​ບຽນ ເພາະ​ໄດ້​ມີ​ການ​ປະ​ກອບ​ສ່ວ​ນ​ເຂົ້າ​ໃນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ລາວ-ຫວຽດ​ນາມ. ທ່ານ​ສາຍ​ສະ​ໝອນ ຄົມ​ທະ​ວົງ ຮອງ​ເຈົ້າ​ແຂວງໆ ຫຼວງ​ພະ​ບາງ ໂດຍ​ໄດ້​ຮັບ​ການມອບ​ສິດ​ຈາກ​ປະ​ທານ​ປະ​ເທດ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ, ໄດ້ມອບ ຫຼຽນ​ໄຊ​ມິດ​ຕະ​ພາບ​ໃຫ້​ແກ່​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ດ້ຽນ​ບຽນ ແລະ ພະ​ແນກ​ສຶກ​ສາ ແລະ ບຳ​ລຸງສ້າງ​ແຂວງ​ດ້ຽນບຽນ; ມອບຫຼຽນ​ກາມ​ິດ​ຕະ​ພາບ​ໃຫ້​ແກ່​ໂຮງ​ຮຽນ​ວິ​ທະ​ຍາ​ໄລ​ສ້າງ​ຄູ, ໂຮງ​ຮຽນ​ວິ​ທະ​ຍາ​ໄລ​ເສດ​ຖະ​ກິດ-ເຕັກ​ນິກ, ໂຮງ​ຮຽນ​ວິ​ທະ​ຍາ​ໄລ​ແພດ​ສາດ ແລະ ສູນ​ສຶກ​ສາ​ແຂວງ​ດ້ຽນ​ບຽນ .
ຂ່າວ/ບົດ​ອື່ນ