60 ປີແຫ່ງການພົວພັນ ຫວຽດນາມ - ລາວ: ສື່ມວນຊົນລາວ ໃຫ້ຂ່າວກ່ຽວກັບບັນດາບົດປາໄສຂອງການນຳສອງປະເທດ

(VOVWORLD) - ວັນທີ 6 ກັນຍາ, ໜັງສືພິມ Vientiane Times ໄດ້ລົງພິມໃນໜ້າຫຼັກບົດຂຽນດ້ວຍຫົວຂໍ້ວ່າ “ປະທານປະເທດ ທອງລຸນ ສີສຸລິດ ເນັ້ນໜັກຄວາມສຳຄັນຂອງການພົວພັນທາງການທູດ ລາວ - ຫວຽດນາມ”.

ບັນດາໜັງສືພິມຂອງ ສປປ ລາວ ສະບັບອອກວັນທີ 6 ກັນຍາ, ຄື: ປະຊາຊົນ, ປະເທດລາວ, Vientiane Times … ລ້ວນແຕ່ລົງພິມໃນໜ້າຫຼັກບົດຕອບສຳພາດສື່ມວນຊົນລາວ ແລະ ຫວຽດນາມ ຂອງທ່ານປະທານປະເທດ ສສ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ທອງລຸນ ສີສຸລິດ ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ, ລາວ - ຫວຽດນາມ (5/9/1962 – 5/9/2022). ໜັງສືພິມ ປະຊາຊົນ, ກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ແລະ ໜັງສືພິມ ປະເທດລາວ (ສຽງຂອງສຳນັກຂ່າວສານລາວ KPL), ໄດ້ລົງພິມເນື້ອໃນທັງໝົດບົດສຳພາດເຕັມຂອງການນຳສອງປະເທດ, ໃນນັ້ນ, ເນັ້ນໜັກກ່ຽວກັບວິວັດການສ້າງຕັ້ງການພົວພັນແບບພິເສດ ລາວ - ຫວຽດນາມ ແລະ ຄວາມໝາຍຄວາມສຳຄັນຂອງການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ; ກ່ຽວກັບຜົນງານພົ້ນເດັ່ນໃນການພົວພັນລະຫວ່າງສອງປະເທດ ແລະ ບັນດາຈຸດເດັ່ນທີ່ເປັນໜ້າສົນໃຈໃນໄລຍະຜ່ານມາ…

        ວັນທີ 6 ກັນຍາ, ໜັງສືພິມ Vientiane Times ໄດ້ລົງພິມໃນໜ້າຫຼັກບົດຂຽນດ້ວຍຫົວຂໍ້ວ່າ “ປະທານປະເທດ ທອງລຸນ ສີສຸລິດ ເນັ້ນໜັກຄວາມສຳຄັນຂອງການພົວພັນທາງການທູດ ລາວ - ຫວຽດນາມ”. ໃນວັນດຽວກັນ, ໜັງສືພິມ ປະຊາຊົນ ກໍ່ໄດ້ລົງພິມບົດຕອບສຳພາດທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ, ກ່ຽວກັບບັນດາປັດໄຈພາວະວິໄສ ແລະ ວິທະຍາສາດ ທີ່ສ້າງຕັ້ງການພົວພັນແບບພິເສດ ຫວຽດນາມ - ລາວ, ກໍ່ຄືບັນດາສານທີ່ສອງປະເທດຢາກສະເໜີຕໍ່ຫາງສຽງພາຍໃນປະເທດ ແລະ ສາກົນ ໂດຍຜ່ານເລື່ອງ 2 ຝ່າຍພ້ອມກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ.

ຊຸມວັນທີ່ຜ່ານມາ, ສະຖານີວິທະຍຸແຫ່ງຊາດ ແລະ ສະຖານີໂທລະພາບ ແຫ່ງຊາດ ລາວ ກໍ່ໄດ້ອອກອາກາດບັນດາຂ່າວ, ບົດກ່ຽວກັບການພົວພັນມິດຕະພາບທີ່ຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ ໃນໄລຍະ 60 ປີຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ