ກອງ​ປະ​ຊຸມ​ພົບ​ປະ ລະ​ຫວ່າງ ອົງ​ການກວດ​ກາດ ​ລັດ​ຖະ​ບານ ຫວຽດ​ນາມ ແລະ ອົງ​ການກວດກາ​ແຫ່ງ​ລັດ ລາວ

(VOVWORLD) - ອົງການກວດກາລັດຖະບານ ຫວຽດນາມ ແລະ ອົງການກວດກາແຫ່ງລັດ ລາວ ໄດ້ແລກປ່ຽນ, ໝາກຜົນທີ່ພົ້ນເດັ່ນຈຳນວນໜຶ່ງ ແລະ ບົດຮຽນປະສົບການໃນການຊີ້ນຳບໍລິຫານ ວຽກງານກວດກາ.
ກອງ​ປະ​ຊຸມ​ພົບ​ປະ ລະ​ຫວ່າງ ອົງ​ການກວດ​ກາດ ​ລັດ​ຖະ​ບານ ຫວຽດ​ນາມ ແລະ ອົງ​ການກວດກາ​ແຫ່ງ​ລັດ ລາວ - ảnh 1ກອງປະຊຸມພົບປະ ລະຫວ່າງ ອົງການກວດກາດ ລັດຖະບານ ຫວຽດນາມ ແລະ ອົງການກວດກາແຫ່ງລັດ ລາວ (ພາບ: thanhtra.gov.vn)

ຕອນເຊົ້າວັນທີ 3 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານ ດ່ວານຮົ່ງຟອງ ປະທານອົງການກວດກາ ລັດຖະບານ ຫວຽດນາມ ເປັນປະທານພິທີຕ້ອນຮັບ ແລະ ເຈລະຈາ ກັບຄະນະຜູ້ແທນຂັ້ນສູງ ອົງການກວດກາແຫ່ງລັດ ລາວ ໂດຍທ່ານ ຄຳພັນ ພົມມະທັດ ປະທານ ຄະນະກວດກາສູນກາງພັກປະຊາຊົນປະຕິບັດລາວ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ປະທານອົງການດກວດກາແຫ່ງລັດ ລາວ ເປັນຫົວໜ້າຄະນະ.

ທີ່ກອງປະຊຸມພົບປະ, ອົງການກວດກາລັດຖະບານ ຫວຽດນາມ ແລະ ອົງການກວດກາແຫ່ງລັດ ລາວ ໄດ້ແລກປ່ຽນ, ໝາກຜົນທີ່ພົ້ນເດັ່ນຈຳນວນໜຶ່ງ ແລະ ບົດຮຽນປະສົບການໃນການຊີ້ນຳບໍລິຫານ ວຽກງານກວດກາ, ຕ້ອນຮັບພົນລະເມືອງ, ແກ້ໄຂການຮ້ອງທຸກຮ້ອງຟ້ອງ ແລະ ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້ໃນໄລຍະຜ່ານມາ ແລະ ທິດທາງ, ໜ້າທີ່ໃນໄລຍະຈະມາເຖິງ. ສອງຝ່າຍກໍ່ແບ່ງປັນບົດຮຽນປະສົບການໃນການຊີ້ນຳ, ນຳພາ, ບໍລິຫານວຽກງານກວດກາ, ຕ້ອນຮັບພົນລະເມືອງ, ແກ້ໄຂການຮ້ອງທຸກຮ້ອງຟ້ອງ, ຕ້ານການສໍ້ລາດບັງຫຼວງ.

ຕອບກັບ

ຂ່າວ/ບົດ​ອື່ນ