65ວິສາຫະກິດໄດ້ຮັບການເຊີດຊູທີ່ພິທີມອບລາງວັນຄຸນນະພາບແຫ່ງຊາດປີ2014

65ວິສາຫະກິດໄດ້ຮັບການເຊີດຊູທີ່ພິທີມອບລາງວັນຄຸນນະພາບແຫ່ງຊາດປີ2014 - ảnh 1
ບັນ​ດາ​ວິ​ສາ​ຫະ​ກິດ​ໄດ້​ຮັບ​ລາ​ງວັນ​ຄຸນ​ນະ​ພາບ​ແຫ່ງ​ຊາດ​ປີ2014

(vovworld)- ໃນ 65 ວິ​ສາ​ຫະ​ກິດ​ໄດ້​ຮັບ​ລາງວັນ​ຄຸນ​ນະ​ພາບ​ແຫ່ງ​ຊາດ​ປີ 2014, ມີ 19 ວິ​ສາ​ຫະ​ກິດ ໄດ້​ຮັບ​ລາງວັນ​ຄຳ ແລະ 46 ວິ​ສາ​ຫະ​ກິດ​ໄດ້​ຮັບ​ລາງວັນ​ເງິນ. ນອກນັ້ນ ມີ 3 ວິ​ສາ​ຫະ​ກິດ ແມ່ນ​ທະ​ນາ​ຄານ​ການ​ຄ້າ​ຫຸ້ນ​ສ່ວນກອງ​ທັບ, ບໍ​ລິ​ສັດ​ຫຸ​້ນ​ສ່ວນ​ໄຊ​ງ​ອ່ນ ຟຸ​ກວກ ແລະ ບໍ​ລິ​ສັດ​ຈຳ​ກັດ​ຜູ້​ດຽວ​ຟຸ່ນ​​ອາ​ຊົດ ແລະ ເຄ​ມີ ຮ່າ​ບັກ ໄດ້​ຮັບ​ລາງວັນ​ຄຸນ​ນະ​ພາບ​ສາ​ກົນ ອາ​ຊີ -ປາ​ຊີ​ຟີກ. ພິ​ທີ​ມອບ​ລາ​ງວັນ​ຄຸນ​ນະ​ພາບ​ແຫ່ງ​ຊາດ​ຖືກ​ຈັດ​ຂຶ້ນ​ປະ​ຈຳ​ປີ ເພື່ອ​ເຊີດ​ຊູ​ບັນ​ດາ​ວິ​ສາ​ຫະ​ກິດ​​ຂຶ້ນ​ກັບທຸກ​ພາກ​ສ່ວນ​ເສດ​ຖະ​ກິດ​ມີ​ການ​ເຄື່ອນ​ໄຫວ​ພົ້ນ​ເດັ່ນ​ກ່ຽວ​ກັບ​ຄຸນ​ນະ​ພາບ, ມີ​ອິດ​ທີ​ພົນ​ຊື່​ສຽງ​ໃນ​ຕະ​ຫລາດ, ປະ​ກອບ​ສ່ວນ​ຫລວງ​ຫລາຍ​ໃຫ້​ແກ່​ສັງ​ຄົມ ແລະ ໄດ້​ໝ​ູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ກ້າວ​ຫນ້າ​ໃນ​ການ​ຄຸ້ມ​ຄອງ ແລະ ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ. ກ່າວ​ຄຳ​ເຫັນ​ນະ​ພິ​ທີມອບ​ລາງວັນ​ຄຸນ​ນະ​ພາບ​ແຫ່​ງ​ຊາດ​ປີ 2014 ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 22/3 ຢູ່ ຮ່າ​ໂນ້ຍ, ທ່ານ​ນາງ ປະ​ທານ​ປະ​ເທດ​ຫວຽດ​ນາມ ຫງວຽນ​ທິຢ​ວານ ໄດ້​ຢືນ​ຢັນ​ວ່າ:

        “ຂ້າ​ພະ​ເຈົ້າ​ປາດ​ຖະ​ຫ​ນາ​ວ່າ ບັນ​ດາ​ວິ​ສາ​ຫະ​ກິດ​ໄດ້​ຮັບ​ລາງວັນ ຕ້ອງ​ພະ​ຍາ​ຍາມ​ຮັກ​ສາ​ຄຸນ​ນະ​ພາບ ແລະ ອິດ​ທີ​ພົນ​ຊື່​ສຽງ​ຂອງ​ຕົນ ພ້ອມ​ທັງ​ສືບ​ຕໍ່​ຄົ້ນ​ຄ້​ວາ, ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ກ້າວ​ຫນ້າ ເພື່ອ​ເຮັດ​ແນວ​ໃດ​ສືບ​ຕໍ່​ຍົກ​ສູງ​ຄຸນ​ນະ​ພາບ ແລະ ພັດ​ທະ​ນາ​ທີ່​ຕັ້ງ​ຂອງ​ຕົນ​ຢູ່​ພາຍ​ໃນ​ປະ​ເທດ ແລະ ພາກ​ພື້ນ.”

 

ຂ່າວ/ບົດ​ອື່ນ