67 ບົດປະກອບຄໍາເຫັນວິທະຍາສາດ “ຫວນຄືນຫຼັງວິວັດທະນາການການເຄື່ອນໄຫວດ້ານວັນນະຄະດີ, ສິລະປະຢູ່ຫວຽດນາມໃນສັງຄົມ”

(VOVWORLD) -ກອງປະຊຸມສໍາມະນາ ແລະ ກອງປະຊຸມຄັ້ງທີ 5 ຈະດໍາເນີນໃນວັນທີ 19 ທັນວາ ຢູ່ສູນກະຈາຍສຽງແຫ່ງຊາດ, ວິທະຍຸກະຈາຍສຽງຫວຽດນາມ ແລະ ມຸ່ງໄປເຖິງ 3 ເປົ້າໝາຍຕົ້ນຕໍຄື ຕີລາຄາຜົນກະທົບຂອງແຜນນະໂຍບາຍການເຂົ້າຮ່ວມຂອງສັງຄົມ ຕະຫຼອດຮອດສະພາບການຕົວຈິງຂອງວັນນະຄະດີ, ສິລິປະ...
67 ບົດປະກອບຄໍາເຫັນວິທະຍາສາດ “ຫວນຄືນຫຼັງວິວັດທະນາການການເຄື່ອນໄຫວດ້ານວັນນະຄະດີ, ສິລະປະຢູ່ຫວຽດນາມໃນສັງຄົມ” - ảnh 1 ການຖະແຫຼງຂ່າວ ກ່ຽວກັບກອງປະຊຸມສໍາມະນາທົ່ວປະເທດ ດ້ວຍຫົວຂໍ້ວ່າ “ຫວນຄືນຫຼັງວິວັດທະນາການການເຄື່ອນໄຫວດ້ານວັນນະຄະດີ, ສິລະປະຢູ່ຫວຽດນາມ ໃນສັງຄົມ

ຕອນບ່າຍວັນທີ 17 ທັນວາ, ຢູ່ຮ່າໂນ້ຍ, ສະພາທິດສະດີ, ວິຈານວັນນະຄະດີ, ສິລະປະສູນກາງ ໄດ້ຈັດຕັ້ງການຖະແຫຼງຂ່າວ ກ່ຽວກັບກອງປະຊຸມສໍາມະນາທົ່ວປະເທດ ດ້ວຍຫົວຂໍ້ວ່າ “ຫວນຄືນຫຼັງວິວັດທະນາການການເຄື່ອນໄຫວດ້ານວັນນະຄະດີ, ສິລະປະຢູ່ຫວຽດນາມ ໃນສັງຄົມ ນັບແຕ່ເມື່ອປະກາດໃຊ້ແຜນນະໂຍບາຍມາຮອດປັດຈຸບັນ”. ກອງປະຊຸມສໍາມະນາ ແລະ ກອງປະຊຸມຄັ້ງທີ 5 ຈະດໍາເນີນໃນວັນທີ 19 ທັນວາ ຢູ່ສູນກະຈາຍສຽງແຫ່ງຊາດ, ວິທະຍຸກະຈາຍສຽງຫວຽດນາມ ແລະ ມຸ່ງໄປເຖິງ 3 ເປົ້າໝາຍຕົ້ນຕໍຄື ຕີລາຄາຜົນກະທົບຂອງແຜນນະໂຍບາຍການເຂົ້າຮ່ວມຂອງສັງຄົມ ຕະຫຼອດຮອດສະພາບການຕົວຈິງຂອງວັນນະຄະດີ, ສິລິປະ; ຜົນສໍາເລັດ ແລະ ຂໍ້ຈໍາກັດຂອງແຜນນະໂຍບາຍໃນແຕ່ລະຂົງເຂດວັນນະຄະດີ, ສິລະປະເປັນອັນລະອຽດ; ຍົກອອກ ແລະ ອະທິບາຍບັນດາປະກົດການ, ບັນດາບັນຫາທີ່ເກີດຂຶ້ນຈາກສະພາບການຕົວຈິງຂອງວິວັດການການເຄື່ອນໄຫວດ້ານວັນນະຄະດີ, ສິລະປະໃນສັງຄົມ; ສະຫຼຸບ ແລະ ຖອດຖອນບົດຮຽນຈາກທິດສະດີ ແລະ ພຶດຕິກໍາຕົວຈິງ. ກອງປະຊຸມກໍໄດ້ສະເໜີບັນດາຂໍ້ສະເໜີແນະ, ມາດຕະການ ສືບຕໍ່ສ້າງແຜນນະໂຍບາຍ, ກົນໄກນະໂຍບາຍຫັນບັນດາການເຄື່ອນໄຫວ ວັນຄະນະດີ ແລະ ສິລະປະ ໃຫ້ສົມບູນແບບ; ປະກອບສ່ວນເຂົ້າໃນການສ້າງການກໍານົດທິດພັດທະນາວັນນະຄະດີ, ສິລະປະ ແລະ ຄາດຄະເນທ່າອ່ຽງໃນການປຸກລະດົມ ແລະ ພັດທະນາວັນນະຄະດີ ແລະ ສິລະປະໃນໄລຍະຕໍ່ໄປ.


ຕອບກັບ

ຂ່າວ/ບົດ​ອື່ນ