70ປີຮ່ວມເດີນທາງພ້ອມກັບນັກຂ່າວຕ່າງປະເທດປະຈຳຫວຽດນາມ

70ປີຮ່ວມເດີນທາງພ້ອມກັບນັກຂ່າວຕ່າງປະເທດປະຈຳຫວຽດນາມ - ảnh 1
70 ປີຮ່ວມເດີນທາງພ້ອມກັບ
ນັກຂ່າວຕ່າງປະເທດປະຈຳຫວຽດນາມ
(ພາບ: TTXVN)

(vovworld) - ​​​ຕອນ​ເຊົ້າ​ວັນ​ທີ 07/04, ກົມ​ການ​ຂ່າວ, ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ຈ​ັດ​ການ​ໂອ້​ລົ​ມ​​ສົນ​ທະ​ນາກ່ຽວ​ກັບ​ການ​ໜູນ​ຊ່ວຍ​ນັກ​ຂ່າວ​ຕ່າງ​ປະ​ເທດ​ໃນ​ວຽກ​ງານ​ສື່​ຂ່າ​ວ​ກັບຕ່າງ​ປະ​ເທດ. ນີ້​ແມ່ນ​ການ​ເຄື່ອນ​ໄຫວເປີດ​ສາກ​ໃຫ້​ບັນ​ດາ​ເຫດ​ການ​ສະ​ເຫຼີມ​ສະ​ຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ​ຂອງ​ກົມ​​ການຂ່າວ, ກະ​ຊວງ​ການ​ຕ່າງ​ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫງວຽນ​ກ໋ວກ​ຢຸງ ໄດ້​ຮັບ​ຮູ້​ບັນ​ດາ​ການ​ປະ​ກອ​ບ​ສ່ວນ​ຂອງ​ພະ​ນັກ​ງານກົມ​​ການ​ຂ່າວລຸ່ນ​​ຕ່າງໆ ໃນ​ຕະ​ຫຼອດ 70 ປີ​ຜ່ານ​ມາ, ຍາ​ມ​ໃດ​ກ​ໍ​ເປັນ​ຫົວ​ໜ່ວຍ​ນຳ​ໜ້າ​ໃນ​ວຽກ​ງານ​ສື່​ຂ່າວ, ສື່​ມວນ​ຊົນ​ພົວ​ພັນ​ຕ່າງ​ປະ​ເທດ, ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ອັນ​ສະ​ຫງ່າ​​ລາ​ສີ ເຊິ່ງ​ໄດ້​ຮັບ​ການຕີ​ລາ​ຄາ​ສູງ​ຈາກ​ພັກ, ລັດ, ລັດ​ຖະ​ບານ ແລະ ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​.

        ການ​ໂ​ອ້​ລົມ​ສົນ​ທະ​ນາ​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ​ດ້ວຍ​ບັນ​ດາ​ບົດ​ປະ​ກອບ​ຄວາມ​ເຫັນ​ກ່ຽວ​ກັບ​ວຽກ​ງານ​ນັກ​ຂ່າວ​ຕ່າງ​ປະ​ເທດ​ຂອງ​ບັນ​ດາ​ຜູ້​ແທນ. ທຸກ​ຄຳ​ເຫັນ​ລ້ວ​ນ​ແຕ່​ເຫັນ​ດີ​ນຳ​ກັນ​ວ່າ, ບັນ​ດາ​ພະ​ນ​ັັກ​ງານ​ສື່ມວນ​ຊົນ ບໍ່​ພ​ຽງ​ແຕ່​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ອື່ນໆ​ລ້ວນ​ແຕ່​ “​ເປັນເພື່ອນ, ເປັ​ນ​ຄູ່​ຮ່ວມ​ມື” ກັບ​ບັນ​ດາ​ນັກ​ຂ່່າວ​ຕ່າງ​ປະ​ເທດ.

ຂ່າວ/ບົດ​ອື່ນ