75 ໂຄງການໄດ້ຮັບລາງວັນວິທະຍາສາດເຕັກນິກລະດັບຊາດປີ 2019 – 2020

(VOVWORLD) -ໃນຈຳນວນ 137 ໂຄງການເຂົ້າຮ່ວມ, ມີ 75 ໂຄງການໄດ້ຮັບລາງວັນ, ໃນນັ້ນມີລາງວັນທີໜຶ່ງ 11 ລາງວັນ, ລາງວັນທີສອງ 16 ລາງວັນ.

75 ໂຄງການໄດ້ຮັບລາງວັນວິທະຍາສາດເຕັກນິກລະດັບຊາດປີ 2019 – 2020 - ảnh 1 ພິທີມອບລາງວັນ

(ພາບ: moet.gov.vn)

ພິທີອັດການເສັງວິທະຍາສາດເຕັກນິກລະດັບຊາດສຳລັບນັກຮຽນຂັ້ນມັດທະຍົມ ໄລຍະປີ 2019 – 2020 ຫາກໍ່ຖືກດຳເນີນຢູ່ ດ່ານັ້ງ. ໃນຈຳນວນ 137 ໂຄງການເຂົ້າຮ່ວມ, ມີ 75 ໂຄງການໄດ້ຮັບລາງວັນ, ໃນນັ້ນມີລາງວັນທີໜຶ່ງ 11 ລາງວັນ, ລາງວັນທີສອງ 16 ລາງວັນ.

        ກ່າວຄຳເຫັນທີ່ພິທີອັດ, ທ່ານຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຫງວຽນຮິວໂດ້, ເນັ້ນໜັກວ່າ.

        “ທີ່ການເສັງໃນຄັ້ງນີ້, ຈາກການເລືອກເອົາຫົວຂໍ້ ຕະຫຼອດຮອດວິວັດການຜັນຂະຫຍາຍຄົ້ນຄວ້າຫົວຂໍ້ ໄດ້ສະແດງໃຫ້ເຫັນວ່າ ພວກນ້ອງຫຼາຍຄົນມີຄຸນນະທາດ ແລະ ມີກຳລັງຄວາມສາມາດຂອງນັກວິທະຍາສາດ. ບັນດາແນວຄວາມຄິດປະດິດສ້າງຂອງພວກນ້ອງໄດ້ນຳເຂົ້າປະຕິບັດ ແລະ ແກ້ໄຂຫຼາຍບັນຫາໃນສະພາບຕົວຈິງ. ບັນດາຜົນສຳເລັດໃນເບື້ອງຕົ້ນນີ້ໄດ້ເປີດທິດທາງພັດທະນາໃໝ່ໃຫ້ແກ່ການສຶກສາສາມັນ”.

        ຢູ່ທີ່ນີ້, ທ່ານຮອງລັດຖະມົນຕີ ຫງວຽນຮິວໂດ້, ກໍ່ໄດ້ປຸກລະດົມການເສັງວິທະຍາສາດເຕັກນິກລະດັບຊາດສຳລັບນັກຮຽນຂັ້ນມັດທະຍົມໄລຍະປີ 2020 – 2021, ເຊິ່ງຈະຈັດຂຶ້ນຢູ່ແຂວງ ເທື່ອທຽນເຫ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ