9 ປະເທດ ແລະ ເຂດແຄ້ວນເຂົ້າຮ່ວມງານປະກວດເສບ Piano ສາກົນຮ່າໂນ້ຍ

(VOVWORLD) - ບັນດາຜູ້ເຂົ້າແຂ່ງຂັນໄດ້ເຂົ້າຮ່ວມງານປະກວດໃນ 3 ສາຍ: ສາຍ A (ອາຍຸ 10-13 ປີ), ສາຍ B (ອາຍຸ 14 – 17 ປີ), ສາຍ C (ອາຍຸ 18 – 25 ປີ).
9 ປະເທດ ແລະ ເຂດແຄ້ວນເຂົ້າຮ່ວມງານປະກວດເສບ Piano ສາກົນຮ່າໂນ້ຍ - ảnh 1ການປະຊຸມຂ່າວກ່ຽວກັບງານປະກວດເສບ Piano

 ງານປະກວດເສບ Piano ສາກົນ ຮ່າໂນ້ຍ ຄັ້ງທີ 4 ປີ 2018 ໄດ້ຈັດຕັ້ງໃນລະຫວ່າງວັນທີ 8 – 15 ກັນຍາ ປີ 2018 ດ້ວຍການເຂົ້າຮ່ວມຂອງຜູ້ເຂົ້າແຂ່ງຂັນ 82 ຄົນທີ່ມາຈາກ 9 ປະເທດ ແລະ ເຂດແຄ້ວນເຊິ່ງລວມມີ: ຫວຽດນາມ, ຈີນ, ໄຕ້ຫວັນ (ຈີນ), ຍີ່ປຸ່ນ, ສ. ເກົາຫຼີ, ການາດາ, ອາເມລິກາ, ອົດສະຕາລີ, ອິດສະຣາແອນ. ບັນດາຜູ້ເຂົ້າແຂ່ງຂັນໄດ້ເຂົ້າຮ່ວມງານປະກວດໃນ 3 ສາຍ: ສາຍ A (ອາຍຸ 10-13 ປີ), ສາຍ B (ອາຍຸ 14 – 17 ປີ), ສາຍ C (ອາຍຸ 18 – 25 ປີ).

        ນັກສິລະປິນປະຊາຊົນ ດັ້ງທ໊າຍເຊີນ ຍັງດຳລົງຕຳແໜ່ງເປັນປະທານກິຕິມະສັກ ແລະ ຜູ້ອຳນວຍການດ້ານສິລະປະຂອງການປະກວດນີ້. ໃນຊຸມວັນດຳເນີນງານປະກວດ, ຄະນະຈັດຕັ້ງໄດ້ເປີດປະຕູໃຫ້ຜູ້ຊົມເຂົ້າຊົມໂດຍບໍ່ເສຍຄ່າຢູ່ສະຖາບັນດົນຕີແຫ່ງຊາດ ຫວຽດນາມ, ທີ່ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ