98,1% ພົນລະເມືອງອີຢີບ ສະໜັບສະໜູນລັດຖະທຳມະນູນໃໝ່

98,1% ພົນລະເມືອງອີຢີບ ສະໜັບສະໜູນລັດຖະທຳມະນູນໃໝ່ - ảnh 1
(ພາບປະກອບ: AP)

(vovworld) - ພົນລະ​ເມືອງອີ​ຢີບກວມ 98,1% ​ໄດ້ສະໜັບສະໜູນ​ລັດຖະທຳ​ມະນູນ​ສະບັບໃໝ່, ນັ້ນ​ແມ່ນ​ໝາກຜົນ​ຂອງ​ການ​ນັບບັດ​ຢ່າງ​ເປັນ​ທາງ​ການ ​ໂດຍ​ຄະນະກຳ​ມະການ​ສູນ​ກາງ​ອີ​ຢີບ (SEC) ຫາ​ກໍ່​ປະກາດ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ, ຫົວໜ້າ​ຄະນະ​ກຳມະການ​ເລືອກ​ຕັ້ງ​ສູນ​ກາງອີ​ຢີບ ທ່ານ Nabik Salib ​ໃຫ້​ຮູ້​ວ່າ: ຕາມ​ໝາກຜົນ​​ແຫ່ງການ​ນັບບັດ​ແລ້ວ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ກວ່າ 19 ລ້ານຄົນ​ໄດ້​ສະໜັບສະໜູນ​ລັດຖະທຳ​ມະນູນສະບັບ​ໃໝ່, ມີ​ພຽງ 381.000 ຄົນບໍ່​​ຫັນ​ດີ​ເທົ່າ​ນັ້ນ. ຍອດ​ຈຳນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄປ​ປ່ອນ​ບັດ​ສະໜັບສະໜູນ​ບັນລຸ 98,1% ​ແລະ ຈຳນວນ​ຜູ້​ຄັດຄ້ານ​ແມ່ນ 1,9%. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ຕົວ​ເລກສະຖິຕິ​ທີ່​ບໍ່​ເຄີຍ​ມີ​ມາກ​່ອນ​ໃນ​ປະຫວັດສາດ​ຂອງອີ​ຢີບ” ​ເລື່ອງ​ລັດຖະທຳ​ມະນູນ​ສະບັບ​ໃໝ່ໄດ້​ຮັບ​ການ​ຮັບຮອງ​ເອົາ ຈະ​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ປະທານາທິບໍດີ ​ແລະ ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ອີ​ຢີບ, ຄາດ​ວ່າ​ ຈະ​ດຳ​ເນີນ​ໃນ​ 6 ​ເດືອນຕໍ່ໜ້າ ​ເພື່ອ​ແນ​ໃສ່​ສຳ​ເລັດວິວັດ​ການ​ມອບ​ໂອນ​ອຳນາດ​ການ​ປົກຄອງ​ຢູ່​ປະ​ເທດ​ນີ້, ພາຍຫຼັງ​ສະພາບ​ເສິກ​ກາງ​ເມືອງໂຄ່ນ​ລົ້ມ​ລັດຖະບານ​ຂອງ​ທ່ານປະທານາທິບໍດີ Mohamed Morsi.

ຂ່າວ/ບົດ​ອື່ນ