99 ປິແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ: ສື່ມວນຊົນຍາມໃດກໍ່ປະຈັນບານ, ນຳໜ້າ ແລະ ປ່ຽນແປງໃໝ່ຢ່າງຕໍ່ເນື່ອງ

(VOVWORLD) - ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ມີການຫັນປ່ຽນຢ່າງແຮງ, ກາຍເປັນອົງການສື່ມວນຊົນຫຼັກແຫຼ່ງ, ຫຼາຍປະເພດ, ມີອິດທິພົນຊື່ສຽງຢູ່ຂັ້ນທະວີບ ແລະ ສາກົນ.
99 ປິແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ: ສື່ມວນຊົນຍາມໃດກໍ່ປະຈັນບານ, ນຳໜ້າ ແລະ ປ່ຽນແປງໃໝ່ຢ່າງຕໍ່ເນື່ອງ - ảnh 1(ທ່ານ ຫງວຽນແມ້ງຮຸ່ງ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກ)

        ວັນທີ 21 ມິຖຸນາ, ສະເຫຼີມສະຫຼອງ 99 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21 ມິຖຸນາ 1925 – 21 ມິຖຸນາ 2024). ເກືອບ 1 ສະຕະວັດຜ່ານມາ, ສື່ມວນຊົນປະຕິວັດ ຫວຽດນາມ ຍາມໃດກໍ່ຮັກສາບົດບາດປະຈັນບານໃນແນວຮົບແນວຄິດ, ປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ພາລະກິດປະຕິວັດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ.

        ສື່ມວນຊົນປະຕິວັດໄດ້ສ່ອງແສງຢ່າງແທດຈິງການເຄື່ອນໄຫວຂອງສັງຄົມ ຫວຽດນາມ, ສ້າງຄວາມເຫັນດີເຫັນພ້ອມ ແລະ ຄວາມໄວ້ເນື້ອເຊື່ອໃຈໃນສັງຄົມ, ແຜ່ຂະຫຍາຍກຳລັງແຮງຕັ້ງໜ້າ. ຕາມການຕີລາຄາຂອງທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ຫງວຽນແມ້ງຮຸ່ງ ແລ້ວ, ໃນຊຸມປີຜ່ານມາ, ສື່ມວນຊົນປະຕິວັດ ຫວຽດນາມ ໄດ້ປະຕິບັດໜ້າທີ່ດັ່ງກ່າວເປັນຢ່າງດີ. ປະຈຸບັນ, ຫວຽດນາມ ມີ 797 ອົງການສື່ມວນຊົນ; ຜູ້ເຮັດວຽກງານສື່ມວນຊົນ 41.000 ຄົນ.

99 ປິແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ: ສື່ມວນຊົນຍາມໃດກໍ່ປະຈັນບານ, ນຳໜ້າ ແລະ ປ່ຽນແປງໃໝ່ຢ່າງຕໍ່ເນື່ອງ - ảnh 2(ທ່ານ ໂດ້ຕຽນຊີ້, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ)

        ໂດຍໄດ້ປະກອບສ່ວນເຂົ້າໃນການພັດທະນາລວມຂອງພື້ນຖານສື່ມວນຊົນ ຫວຽດນາມ ໃນຊຸມປີຜ່ານມາ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ມີການຫັນປ່ຽນຢ່າງແຮງ, ກາຍເປັນອົງການສື່ມວນຊົນຫຼັກແຫຼ່ງ, ຫຼາຍປະເພດ, ມີອິດທິພົນຊື່ສຽງຢູ່ຂັ້ນທະວີບ ແລະ ສາກົນ. ທ່ານ ໂດ້ຕຽນຊີ້, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ, ເນັ້ນໜັກວ່າ:

        “ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ ແລະ ພວມສືບຕໍ່ຢືນຢັນເປັນອົງການສື່ມວນຊົນຫຼັກແຫຼ່ງ, ຫຼາຍປະເພດ ແລະ ຫຼາຍພາສາ. ຕາມປົກກະຕິ, ການກະຈາຍສຽງ, ໂທລະພາບ ພຽງແຕ່ໃຫ້ຂ່າວ/ບົດກ່າວປາໃສເທົ່ານັ້ນ, ແຕ່ວິທະຍຸກະຈາຍສຽງ ຫວຽດນາມ, ພວກເຮົາຍັງເຮັດວຽກງານບັນນາທິການ, ແປອອກເປັນພາສາຕ່າງປະເທດ, ພາສາຊົນເຜົ່າເພື່ອກະຈາຍສຽງເຂົ້າເຖິງປະຊາຊົນເຜົ່າສ່ວນໜ້ອຍຢູ່ພາຍໃນ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ນີ້ແມ່ນທ່າແຮງຂອງວິທະຍຸກະຈາຍສຽງ ຫວຽດນາມ”.

ຕອບກັບ

ຂ່າວ/ບົດ​ອື່ນ