ADB ຄາດ​ຄະ​ເນ: ຫວຽດ​ນາມ ຈະ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ມີ​ລະ​ດັບ​ການ​ເຕີບ​ໂຕ​ແຮງ​ທີ່​ສຸດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃນ​ປີ 2022 ແລະ ປີ 2023

(VOVWORLD) -ການລົງທຶນນັບມື້ນັບເພີ່ມຂຶ້ນ, ໄພເງິນເຟີ້ໄດ້ຮັບການຄວບຄຸມ ແລະ ບັນດາເງື່ອນໄຂດ້ານການເງິນ, ເງິນຕາເໝາະສົມ ເຊິ່ງຄາດຄະເນຈະຊຸກຍູ້ການບໍລິໂພກພາຍໃນປະເທດ, ຍູ້ແຮງການຟື້ນຟູເສດຖະກິດຂອງປີ 2022
ADB ຄາດ​ຄະ​ເນ: ຫວຽດ​ນາມ ຈະ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ມີ​ລະ​ດັບ​ການ​ເຕີບ​ໂຕ​ແຮງ​ທີ່​ສຸດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃນ​ປີ 2022 ແລະ ປີ 2023 - ảnh 1ທ່ານ Andrew Jeffries ຜູ້ອຳນວຍການແຫ່ງຊາດ ADB ປະຈຳ ຫວຽດນາມ ຕີລາຄາສູງເສດຖະກິດ ຫວຽດນາມ (ພາບ:  VGP)

ວັນທີ 21 ກັນຍາ, ທະນາຄາດພັດທະນາອາຊີ (ADB) ໄດ້ປະກາດບົດລາຍງານອັບເດດສະພາບການພັດທະນາເສດຖະກິດ ຫວຽດນາມ, ໃນນັ້ນ, ADB ໄດ້ຮັກສາການຕີລາຄາແງ່ຫວັງເສດຖະກິດ ຫວຽດນາມ, ດ້ວຍການເຕີບໂຕລວມຍອດຜະລິດຕະພັນພາຍໃນປະເທດ (GDP) ເພີ່ມຂຶ້ນ 6,5% ໃນປີ 2022 ແລະ 6,7%ໃນປີ 2023. ລະດັບເງິນເຟີ້ແມ່ນ 3,8% ແລະ 4%. ທ່ານ Andrew Jeffries ຜູ້ອຳນວຍການແຫ່ງຊາດ ADB ປະຈຳ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:  

        ພື້ນຖານເສດຖະກິດ ຫວຽດນາມ ໄດ້ຟື້ນຟູໄວກ່ວາການຄາດຄະເນ ໃນ 6 ເດືອນຕົ້ນປີ 2022 ແລະ ຈະສືບຕໍ່ມີການເຕີບໂຕໃນສະພາບການໂລກ ມີສິ່ງທ້າທາຍຫຼາຍຢ່າງ. ເສດຖະກິດຟື້ນຟູມີສະຖຽນລະພາບ ຍ້ອນບັນດາຄວາມດູນດ່ຽງເສດຖະກິດແຮງ, ເຊິ່ງໄດ້ຮັບການໜູນຊ່ວຍຈາກການຟື້ນຟູໄວກ່ວາການຄາດຄະເນຂອງຂະແໜງຜະລິດປຸງແຕ່ງ, ປະດິດສ້າງ ແລະ ການບໍລິການ.

        ຢາກເຮັດໃຫ້ແຈ້ງບັນດາປັດໄຈຊ່ວຍຟື້ນຟູພື້ນຖານເສດຖະກິດຫວຽດນາມ ໂດຍໄວໃນປີ 2022, ຕາມທ່ານ Andrew Jeffries ແລ້ວ, ການລົງທຶນນັບມື້ນັບເພີ່ມຂຶ້ນ, ໄພເງິນເຟີ້ໄດ້ຮັບການຄວບຄຸມ ແລະ ບັນດາເງື່ອນໄຂດ້ານການເງິນ, ເງິນຕາເໝາະສົມ ເຊິ່ງຄາດຄະເນຈະຊຸກຍູ້ການບໍລິໂພກພາຍໃນປະເທດ, ຍູ້ແຮງການຟື້ນຟູເສດຖະກິດຂອງປີ 2022. ໄປຄຽງຄູ່ກັບແງ່ຫວັງທີ່ຕັ້ງໜ້າ ແລະ ເສດຖະກິດ ຫວຽດນາມ ພວມມີການເຄື່ອນໄຫວເປັນຢ່າງດີບໍສົມຄວນ ໃນສະພາບການເສດຖະກິດທົ່ວໂລກຂາດສະຖຽນລະພາບຫຼາຍຢ່າງ, ທ່ານ Andrew Jeffries ຕັກເຕືອນວ່າ, ບົດລາຍງານຂອງ ADB ເນັ້ນໜັກເຖິງບັນດາຄວາມສ່ຽງດ້ວຍແງ່ຫວັງເສດຖະກິດ ຫວຽດນາມ ຍັງຢູ່ໃນລະດັບສູງ.

ຕອບກັບ

ຂ່າວ/ບົດ​ອື່ນ