ADB ສະໜອງບ້ວງເງິນກູ້ຢືມຊ່ວຍເຊື່ອມຈອດບັນດາແຂວງທາງທິດຕາເວັນຕົກສ່ຽງເໜືອຂອງຫວຽດນາມ

(VOVWORLD) -ໂຄງການດັ່ງກ່າວ ເພື່ອແນໃສ່ປັບປຸງການເຊື່ອມຈອດຄົມມະນາຄົມທາງບົກລະຫວ່າງບັນດາແຂວງຕາເວັນຕົກສ່ຽງເໜືອຫວຽດນາມ ກັບເສັ້ນທາງຄວາມໄວສູງ ໂນ້ຍບາຍ - ລາວກາຍ, ເປີດກາລະໂອກາດເຮັດທຸລະກິດໃຫ້ປະຊາຊົນຜູ້ທຸກຍາກກວ່າໝູ່ໃນເຂດມີໂຄງການ
ADB  ສະໜອງບ້ວງເງິນກູ້ຢືມຊ່ວຍເຊື່ອມຈອດບັນດາແຂວງທາງທິດຕາເວັນຕົກສ່ຽງເໜືອຂອງຫວຽດນາມ - ảnh 1ທະນາຄານພັດທະນາ ອາຊີ (ADB) ແລະ ລັດຖະບານຫວຽດນາມ ໄດ້ລົງນາມໃນເອກະສານກູ້ຢືມບ້ວງເງິນມີມູນຄ່າ 188 ລ້ານ USD 

ວັນທີ 5 ມີນາ, ທະນາຄານພັດທະນາ ອາຊີ (ADB) ແລະ ລັດຖະບານຫວຽດນາມ ໄດ້ລົງນາມໃນເອກະສານກູ້ຢືມບ້ວງເງິນມີມູນຄ່າ 188 ລ້ານ USD ໃຫ້ແກ່ໂຄງການເຊື່ອມຈອດຄົມມະນາຄົມຢູ່ບັນດາແຂວງທາງທິດຕາເວັນຕົກສ່ຽງເໜືອຫວຽດນາມ. ໂຄງການດັ່ງກ່າວ ເພື່ອແນໃສ່ປັບປຸງການເຊື່ອມຈອດຄົມມະນາຄົມທາງບົກລະຫວ່າງບັນດາແຂວງຕາເວັນຕົກສ່ຽງເໜືອຫວຽດນາມ ກັບເສັ້ນທາງຄວາມໄວສູງ ໂນ້ຍບາຍ - ລາວກາຍ, ເປີດກາລະໂອກາດເຮັດທຸລະກິດໃຫ້ປະຊາຊົນຜູ້ທຸກຍາກກວ່າໝູ່ໃນເຂດມີໂຄງການ ແລະບໍ່ພຽງແຕ່ຊຸກຍູ້ການຄ້າຢູ່ເຂດຊາຍແດນ, ສ້າງວຽກເຮັດງານທໍາໃຫ້ປະຊາຊົນໃນບໍລິເວນ ເທົ່ານັ້ນ ຫາກຍັງຊ່ວຍເຂົາເຈົ້າໄດ້ສໍາຜັດກັບບໍລິການສັງຄົມທີ່ດີກວ່າ. ຕາມນັ້ນແລ້ວ, ບ້ວງເງິນກູ້ຢືມດັ່ງກ່າວ ຈະຊ່ວຍປັບປຸງ ແລະ ຍົກລະດັບຄຸນນະພາບຂອງຖະໜົນຫົນທາງທີ່ມີຄວາມຍາວເກືອບ 200 km, ເຊື່ອມຈອດບັນດານະຄອນ ແລະ ເມືອງ ຂອງບັນດາແຂວງຄື ລາຍເຈົາ, ລ່າວກາຍ ແລະ ອຽນບ໋າຍ ກັບ ເສັ້ນທາງຄວາມໄວສູງ ໂນ້ຍບ່າຍ - ລ່າວກາຍ, ເຊິ່ງເປັນສ່ວນໜຶ່ງຂອງແລວຄົມມະນາຄົມ ຄູນໝິງ - ຫາຍຟ່ອງ ໃນອະນຸພາກພື້ນແມ່ນໍ້າຂອງເປີດກວ້າງ (GMS) ເຊື່ອມຈອດ ຮ່າໂນ້ຍ ກັບບັນດາແຂວງທາງພາກເໜືອຂອງຫວຽດນາມ ແລະ ແຂວງ ຢຸນໜານ ຂອງຈີນ.

ເລເຟືອງ - ນັກຂ່າວ VOV


ຕອບກັບ

ຂ່າວ/ບົດ​ອື່ນ