ADB ໜູນຊ່ວຍແຂວງເທື່ອທຽນ-ເຫ້ວ ບັນລຸເປົ້າໝາຍກ່ຽວກັບການພັດທະນາເສດຖະກິດ - ສັງຄົມໄລຍະ 2021 – 2025

(VOVWORLD) - ຂໍ້ຕົກລົງເພື່ອແນໃສ່ໜູນຊ່ວຍແຂວງ ເທື່ອທຽນ - ເຫ້ວ ບັນລຸໄດ້ເປົ້າໝາຍພັດທະນາເສດຖະກິດ - ສັງຄົມໄລຍະ 2021 – 2025, ປັບຕົວກັບການປ່ຽນແປງທີ່ໄດ້ຊຸກຍູ້ຈາກການປະຕິວັດອຸດສາຫະກຳ 4.0...
ADB ໜູນຊ່ວຍແຂວງເທື່ອທຽນ-ເຫ້ວ ບັນລຸເປົ້າໝາຍກ່ຽວກັບການພັດທະນາເສດຖະກິດ - ສັງຄົມໄລຍະ 2021 – 2025 - ảnh 1ລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງສອງຝ່າຍ (ພາບ:Vietnam+)

ວັນທີ 17 ສິງຫາ, ທີ່ສຳນັກງານຄະນະກຳມະການປະຊາຊົນແຂວງ ເທື່ອທຽນ - ເຫ້ວ, ທ່ານ ຫງວຽນວັນເຟືອງ, ປະທານຄະນະກຳມະການປະຊາຊົນແຂວງ ເທື່ອທຽນ -ເຫ້ວ, ທ່ານ Andrew Jeddries, ຜູ້ອຳນວຍການແຫ່ງຊາດຂອງທະນາຄານພັດທະນາ ອາຊີ (ADB) ຢູ່ ຫວຽດນາມ, ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເພື່ອການພັດທະນາເສດຖະກິດແບບຍືນຍົງ ແລະ ກວມລວມຂອງແຂວງ ເທື່ອທຽນ - ເຫ້ວ. ຂໍ້ຕົກລົງເພື່ອແນໃສ່ໜູນຊ່ວຍແຂວງ ເທື່ອທຽນ - ເຫ້ວ ບັນລຸໄດ້ເປົ້າໝາຍພັດທະນາເສດຖະກິດ - ສັງຄົມໄລຍະ 2021 – 2025, ປັບຕົວກັບການປ່ຽນແປງທີ່ໄດ້ຊຸກຍູ້ຈາກການປະຕິວັດອຸດສາຫະກຳ 4.0, ເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍຂອງພື້ນຖານເສດຖະກິດດ້ວຍເຕັກໂນໂລຊີ ດີຈີຕອນ, ຍູ້ແຮງການພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນຂອງເທື່ອທຽນ - ເຫ້ວ.

        ບັນດາການເຄື່ອນໄຫວຮ່ວມມືລະອຽດໃນບົດບັນທຶກຊ່ວຍຈຳເຊິ່ງລວມມີບາງການເຄື່ອນໄຫວໜູນຊ່ວຍຂອງ ADB ໃຫ້ແກ່ແຂວງ ເທື່ອທຽນ - ເຫ້ວຄື: ປະຕິບັດບັນດາໂຄງການນຳໃຊ້ແຫຼ່ງທຶນຂອງ ADB ທີ່ໄດ້ຮັບການຜັນຂະຫຍາຍໃນບໍລິເວນແຂວງຢ່າງມີປະສິດທິຜົນ; ກຳນົດບັນດາໂຄງການທີ່ມີຄວາມສາມາດບົ່ມຊ້ອນກ່ຽວກັບພື້ນຖານໂຄງລ່າງຄົມມະນາຄົມເຂດຕົວເມືອງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປະກອບສ່ວນສືບຕໍ່ປັບປຸງເງື່ອນໄຂການດຳລົງຊີວິດ; ຊຸກຍູ້ການພັດທະນາຂອງພາກເອກະຊົນ ແລະ ການຫັນເປັນສັງຄົມໃນການພັດທະນາເສດຖະກິດ - ສັງຄົມແຂວງເທື່ອທຽນ - ເຫ້ວ…

ຕອບກັບ

ຂ່າວ/ບົດ​ອື່ນ