Al Qaeda ກ່າວເຕືອນ ອາເມລິກາບໍ່ມີ ຄວາມປອດໄພອີກ

Al Qaeda ກ່າວເຕືອນ ອາເມລິກາບໍ່ມີ ຄວາມປອດໄພອີກ - ảnh 1
ຫົວ​ໂປ Al Qaeda ຢູ່​ແຫຼ​ມ ອາ​ຣັບ Qassim Al Rimi
(ພາບ: Reuters)

(vovworld) - ວັນ​ທີ 2/6, ຫົວ​ໂປ Al Qaeda ຢູ່​ແຫຼ​ມ ອາ​ຣັບ Qassim Al Rimi ​ກ່າວ​ເຕືອນວ່າ​​ເຫດການ​ວາງ​ລະ​ເບີດ 2 ຄັ້ງ​ຢູ່ Boston, ປະ​ເທດ ອາ​ເມ​ລິ​ກາ ​ເມື່ອ​ເດືອນ 5 ຜ່ານ​ມາ​ໄດ້​ສະ​ແດງ​​ໃຫ້​ເຫັນຄວາມ​ອ່ອນ​ດ້ອຍ​ຂອງ​ລະບົບ​ປ້ອງ​ກັນ​ຄວາມ​ສະຫງົບ ອາ​ເມ​ລິ​ກາ ​ແລະ ຖື​ວ່າ: ປະ​ເທດ​ມະຫາ​ອຳນາດ​ອັນ​ດັບ​ໜຶ່ງ​ຂອງ​ໂລກ​ບໍ່​ມີ​ຄວາມ​ປອດ​ໄພ​ຄື​ແຕ່​ກ່ອນ​ອີກ​ແລ້ວ. ທ່ານ Qassim Al Rimi ຢືນຢັນວ່າ​ເລື່ອ​ງຜະລິດ​ລູກ​ລະ​ເບີດ​ຄື​ບັນດາ​​ອຸປະ​ກອນ​ກໍ່ເຫດ​ໃນການ​ວາງ​ລະ​ເບີດ​ຢູ່  Boston ​ແມ່ນ​ຂຶ້ນ​ກັບ​ຄວາມ​ສາມາດ​ຂອງ​ທຸກໆ​ຄົນ. ທ່ານ Qassim Al Rimi ຮຽກ​ຮ້ອງ​ໃຫ້ຊາວ​ອິດສະ​ລາມ​ຢູ່ ອາ​ເມ​ລິ​ກາ ສືບ​ຕໍ່​ປ້ອງ​ກັນການ​ເຫຼື້ອມ​ໃສ ​​ແລະ ສະໜັບ​ສະ​ໜູນ ອິດສະ​ລາມ. ທ່ານ Qassim Al Rimi ກໍ່​ຖື​ວ່າ: ການ​ຕາຍ​ຂອງ​ຫົວ​ໂປ​ສາກົນ Al Qaeda Bin Laden ບໍ່​ສາມາດ​​ເຮັດ​ໃຫ້ບັ້ນ​ຮົບຕ້ານ ອາ​ເມ​ລິ​ກາ ຂອງ​ບັນດາ​ພາກສ່ວນ​ອິດສະ​ລາມຢຸດຕິ​ໄດ້.

ຂ່າວ/ບົດ​ອື່ນ