Al Qaeda ຢືດຄ້ອງ ເທດສະບານເມືອງ Udain ຂອງ Yemen

Al Qaeda ຢືດຄ້ອງ ເທດສະບານເມືອງ Udain ຂອງ Yemen - ảnh 1
(ພາບປະກອບ: THX/TTXVN)

(vovworld) – ວັນ​ທີ 16/10, ວົງ​ການ​ປ້ອງ​ກັນ​ຄວາມ​ສະຫງົບ Yemen ​ໃຫ້​ຮູ້​ວ່າ, ບັນດາ​ມື​ປືນ​ເຊິ່ງ​ໄດ້​ຮັບ​ຖື​ວ່າມີ​ການ​ພົວພັນ​ກັບ​ເຄືອ​ຂ່າຍ​ກໍ່​ການ​ຮ້າຍ Al Qaeda ​ໄດ້ຢືດ​ຄອງ​​ເທດສະບານ​ເມືອງ Udain, ທິດຕາ​ເວັນ​ຕົດສ່ຽງ​ໃຕ້​ປະ​ເທດ​ນີ້. ຕາມ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບ Yemen ​ແລ້ວ, ມີ​ຕຳ​ຫຼວດ 5 ຄົນ​ເສຍ​ຊີວິດ​ໃນ​ບັ້ນ​ບຸກ​ໂຈມຕີ​ການຄືນຂອງ​ບັນດາ​ມື​ປືນ​​​ທີ່ເລັ່ງໃສ່​ເທດສະບານ​ເມືອງ Udain, ​ຫ່າງ​ຈາກ​​ເມືອງ​ນອກ Ibb ຂຶ້ນ​ກັບ​ແຂວງ​ທີ່​ມີ​ຊື່​ດຽວ​ກັນໄປ​ທາງ​ທິດຕາ​ເວັນ​ຕົກ 20 ກມ. ບັນດາ​ມື​ປືນ​ໄດ້​ບຸກ​ໂຈມຕີໃສ່​ບັນດາ​ສຳນັກງານ​ຕຳຫຼວດ, ບັນດາ​ຫ້ອງການ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່ນ ​ແລະ ​ໄປສະນີ. ວົງ​ການ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ໃຫ້​ຮູ້​ວ່າ, ​ເລື່ອງ​ບັນດາ​ມື​ປືນ​ບຸກ​ໂຈມ​ຕີ​ໃສ່ Udain ​ແມ່ນ​​ແນ​ໃສ່​ໂຕ້​ຕອບ​ເລື່ອງ​ທະຫານ​ກະບົດ​ຊາວ​ມຸດ​ສລິ​ມ Houthi ນິກາຍ Shi’ite ​ຢືດຄອງ​​ເທດສະບານ Ibb ກ່ອນ​ໜ້​ນັ້ນ 2 – 3 ຊົ່ວ​ໂມງ.

ຂ່າວ/ບົດ​ອື່ນ