AL ຈັດກອງປະຊຸມດ່ວນກ່ຽວກັບຫຼັກໝັ້ນຂອງອາເມລິກາໃນບັນຫາບັນດາເຂດຕັ້ງຖິ່ນຖານຄົງທີ່ຂອງ ອິດສະຣາແອັນ

(VOVWORLD) -ວັນທີ 25 ພະຈິກ, ລັດຖະມົນຕີບັນດາປະເທດສະມາຊິກ ສະຫະພັນ ອາຣັບ (AL) ໄດ້ຈັດຕັ້ງກອງປະຊຸມດ່ວນ ທີ່ສໍານັກງານຂອງ AL ຢູ່ນະຄອນຫຼວງ Cairo, ປະເທດ ອີຢິບ.
AL ຈັດກອງປະຊຸມດ່ວນກ່ຽວກັບຫຼັກໝັ້ນຂອງອາເມລິກາໃນບັນຫາບັນດາເຂດຕັ້ງຖິ່ນຖານຄົງທີ່ຂອງ ອິດສະຣາແອັນ - ảnh 1 ເຂດຕັ້ງຖິ່ນຖານຄົງທີ່ Revava ຂອງ ອິດສະຣາແອັນ ຢູ່ຝັ່ງຕາເວັນຕົກ (ພາບ: AFP/TTXVN)

ຕາມຄວາມຮຽກຮ້ອງຂອງ ປາແລັດສະຕິນ, ວັນທີ 25 ພະຈິກ, ລັດຖະມົນຕີບັນດາປະເທດສະມາຊິກ ສະຫະພັນ ອາຣັບ (AL) ໄດ້ຈັດຕັ້ງກອງປະຊຸມດ່ວນ ທີ່ສໍານັກງານຂອງ AL ຢູ່ນະຄອນຫຼວງ Cairo, ປະເທດ ອີຢິບ ເພື່ອແນໃສ່ປຶກສາຫາລືກ່ຽວກັບບັນດາການຜັນແປຫວ່່າງມໍ່ໆມານີ້ ທີ່ກ່ຽວຂ້ອງເຖິງເລື່ອງ ອາເມລິກາສະໜັບສະໜູນການສ້າງຕັ້ງບັນດາເຂດຕັ້ງຖິ່ນຖານຄົງທີ່ຂອງ ອິດສະຣາແອັນ ຢູ່ບັນດາເຂດດິນແດນທີ່ຢຶດຄອງຈາກ ປາແລັດສະຕິນ ແລະ ສະເໜີມາດຕະການແກ້ໄຂໃນລະດັບສາກົນ.

        ກ່າວຄໍາເຫັນໃນກອງປະຊຸມ, ທ່ານເລຂາທິການໃຫຍ່ AL Ahmed Aboul-Gheit ຕໍາໜິຕິຕຽນຖະແຫຼງການຂອງທ່ານລັດຖະມົນຕີ ອາເມລິກາ Mike Pompeo ທີ່ປະກາດໃນວັນທີ 18 ພະຈິກ, ໂດຍຖືວ່າ ນີ້ແມ່ນການຜັນແປທີ່ຫຍໍ້ທໍ້ ແລະ ໜ້າເສຍດາຍຕໍ່ການປ່ຽນແປງຫຼັກໝັ້ນຂອງອາເມລິກາ. ຕາມທ່ານ Aboul-Gheit ແລ້ວ, ຖະແຫຼງການຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ສິ້ນສຸດບົດບາດເປັນປະເທດໄກ່ເກ່ຍຂອງປະເທດນີ້ ພາຍຫຼັງ 4 ທົດສະວັດ, ພ້ອມທັງຈະສົ່ງຜົນກະທົບບໍ່ດີຕໍ່ບໍ່ວ່າຄວາມມານະພະຍາຍາມໃດໆ ທີ່ແນໃສ່ສ້າງພື້ນຖານສັນຕິພາບໃນອະນາຄົດ.


ຕອບກັບ

ຂ່າວ/ບົດ​ອື່ນ