AL ສະ​ແດງ​ຄວາມ​ຊົມ​ເຊີຍ​ເມື່ອ ອາ​ເມ​ລິ​ກາ ເຊື່ອມ​ຕໍ່​ການ​​ອຸ​ປະ​ຖຳໃຫ້​ແກ່ ປາ​ແລັດ​ສະ​ຕິນ

(VOVWORLD) - ໃນຖະແຫຼງການສະບັບໜຶ່ງ, ທ່ານ Aboul – Gheit ເນັ້ນໜັກວ່າ: “ບັນດາສິ່ງທີ່ເກີດຂຶ້ນໃນຊຸມປີຜ່ານມາ ທີ່ກ່ຽວຂ້ອງເຖິງນະໂຍບາຍຮັດແໜ້ນບັນດາເງື່ອນໄຂເສດຖະກິດ ແລະ ການເມືອງສຳລັບຊາວ ປາແລັດສະຕິນແມ່ນຂໍ້ຜິດພາດທີ່ຮ້າຍແຮງ”.
AL ສະ​ແດງ​ຄວາມ​ຊົມ​ເຊີຍ​ເມື່ອ ອາ​ເມ​ລິ​ກາ ເຊື່ອມ​ຕໍ່​ການ​​ອຸ​ປະ​ຖຳໃຫ້​ແກ່ ປາ​ແລັດ​ສະ​ຕິນ - ảnh 1ຊາວປາແລັດສະຕິນ ຮັບເຄື່ອງອຸປະຖຳຈາກ ສປຊ (ພາບ: TTXVN)

ວັນທີ 8 ເມສາ, ທ່ານ Ahemd Aboul – Gheit ເລຂານຸການໃຫຍ່ ສະຫະພັນ ອາຣັບ (AL) ໄດ້ສະແດງຄວາມຊົມເຊີຍຕໍ່ຄຳກ່າວປາໄສຂອງທ່ານ ປະທານາທິບໍດີ ອາເມລິກາ Joe Biden ຊຶ່ງຢັ້ງຢືນວິທີການແກ້ໄຂສອງລັດ ແມ່ນພື້ນຖານເພື່ອແກ້ໄຂບັນຫາ ອິດສະລາແອັນ - ປາແລັດສະຕິນ .

ໃນຖະແຫຼງການສະບັບໜຶ່ງ, ທ່ານ Aboul – Gheit ເນັ້ນໜັກວ່າ: “ບັນດາສິ່ງທີ່ເກີດຂຶ້ນໃນຊຸມປີຜ່ານມາ ທີ່ກ່ຽວຂ້ອງເຖິງນະໂຍບາຍຮັດແໜ້ນບັນດາເງື່ອນໄຂເສດຖະກິດ ແລະ ການເມືອງສຳລັບຊາວ ປາແລັດສະຕິນແມ່ນຂໍ້ຜິດພາດທີ່ຮ້າຍແຮງ”.

ແລະ ກໍ່ໃນວັນດຽວກັນ, ເອີຢິບ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ຂໍ້ຕົກລົງດັ່ງກ່າວຂອງອຳນາດການປົກຄອງ ຂອງທ່ານປະທານາທິບໍດີ Joe Biden. ຖະແຫຼງການຂອງກະຊວງການຕ່າງປະເທດ ເອີຢິບ ຖືວ່າຂໍ້ຕົກລົງຂອງ ອາເມລິກາ “ໄດ້ຍົກອອກມາເພື່ອແນໃສ່ປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມເຈັບປວດໃຫ້ແກ່ ຊາວປາແລັດສະຕິນ ແລະ ຮັບປະກັນການໜູນຊ່ວຍດ້ານການເງິນ ເພື່ອຮັບມືກັບບັນດາສິ່ງທ້າທາຍດ້ານເສດຖະກິດ ແລະ ມະນຸດສະທຳທີ່ບໍ່ເຄີຍມີມາກອນ”.

ຕອບກັບ

ຂ່າວ/ບົດ​ອື່ນ