Al-Qaedaບຸກໂຈມຕີ ກອງທັບYemen,ເຮັດໃຫ້ກ່ວາ20ຄົນຖືກເສຍຊີວິດແລະບາດເຈັບ

Al-Qaedaບຸກໂຈມຕີ  ກອງທັບYemen,ເຮັດໃຫ້ກ່ວາ20ຄົນຖືກເສຍຊີວິດແລະບາດເຈັບ - ảnh 1
ພາບປະກອບ

(vovworld) – ວັນ​ທີ 4/4, ມີ​ມື​ປືນ​ກຸ່ມ​ໜຶ່ງ​ທີ່​ຖືກ​ລະ​ແວງ​ສົງ​​ໄສແມ່ນ​ຂຶ້ນ​ກັບ​ອົງການ​ກໍ່​ການ​ຮ້າຍສາກົນ Al – Qaeda ​ໄດ້​ບຸກ​ໂຈມ​ຕີ​​ໃສ່​ປ້ອມ​ປ້ອງ​ກັນ​ຂອງ​ກອງທັບ​ Yemen ຢູ່​ແຂວງ Hadramawt, ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ໃຕ້​ຂອງ Yemen, ​ອັນ​ໄດ້ເຮັດ​ໃຫ້ 12 ຄົນ​ເສຍ​ຊີວິດ ​ແລະ ຢ່າງ​ໜ້ອຍ​ສຸດ​ມີ 11 ຄົນ​ຖືກ​ຮັບ​ບາດ​ເຈັບ. ​ແຫຼ່ງຂ່າວ​ຈາກ​ກອງທັບ Yemen ​ໃຫ້​ຮູ້​ວ່າ: ບັນດາ​ມຶ​ປືນ​ໄດ້​ບຸກ​ເຂົ້າ​ປ້ອມ​ປ້ອງ​ກັນ​ດັ່ງກ່າວ​ດ້ວຍ​ພາຫະນະ​ຫຼາຍ​ຢ່າງ ​ແລະ ຍິງ​ປືນ​ເຂັ່ນຂ້າ​ທະຫານ 8 ຄົນ, ​​ແລະ​ ​ເຮັດ​ໃຫ້ອີກ 11 ຄົນ​ຖືກ​ຮັບ​ບາດ​ເຈັບ. ຕາມ​ເຈົ້າ​ໜ້າ​ທີ່​ທ້ອງ​ຖີ່​ນ​ແລ້ວ, ທະຫານ​ທີ່​ຂຶ້ນ​ກັບ​ກຳລັງ​ເພີ່ມ​ທະວີ​ຂອງ​ກອງທັບ Yemen ​ໄດ້​ສົ່ງ​ມາ​ແຫ່ງ​ນີ້​ກໍ່​ຖືກ​ຮັບ​ບາດ​ເຈັບ, ​ແຕ່​ວ່າ​ຈຳນວນ​ຜູ້​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ​ສຸດ​ທ້າຍ​ບໍ່​ທັນ​ໄດ້​ກຳນົດ​ເທື່ອ. ​ໃນ​ການ​ປະ​ທະ​ກັນ​ດັ່ງກ່າວ, ມີ​ພວກ Al – Qaeda 4 ຄົນຖື​ກດັບ​ສູນ ​ແລະ ອີກ​ຫຼາຍ​ຄົນ​​ຮັບ​ບາດ​ເຈັບ.

    ນີ້​ແມ່ນ​ການ​ບຸກ​ໂຈມ​ຕີ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່​ຄັ້ງ​ທີ 2 ໂດຍ Al – Qaeda ຢູ່​ແຫຼມ ອາຣັບ ປະຕິບັດ​ເພື່ອ​ແນ​ໃສ່​​ໂຈມ​ຕີກອງທັບ Yemen ​ໃນ 3 ວັນ​ຜ່ານ​ມາ.

 


ຂ່າວ/ບົດ​ອື່ນ