ALຄິດໄລ່ຊັ່ງຊາຖອນຄືນຂໍ້ລິເລີ່ມສັນຕິພາບອາຣັບ


ALຄິດໄລ່ຊັ່ງຊາຖອນຄືນຂໍ້ລິເລີ່ມສັນຕິພາບອາຣັບ - ảnh 1
ຊາວປະແລດສະຕິ 3 ຄົນເສຍຊີວິດໃນການປະທະກັນກັບກຳລັງ ອິດສະຣາແອນ ຢູ່ Jenin ໃນວັນທີ 22/3.
 (ພາບ: AFP/TTXVN)

(vovworld) – ບັນດາ​ການ​ນຳ​ສະຫະພັນ ​ອາຣັບ (AL) ​ພວມ​ຄິດ​ໄລ່​ຊັ່ງຊາ​ເລື່ອງ​ຖອນ​ຄືນ​ຂໍ້​ລິ​ເລີ່​ມສັນຕິພາບ ອາຣັບ ປີ 2002. ທີ່​ກອງ​ປະຊຸມ​ຂັ້ນ​ສູງ AL ຄັ້ງ​ທີ 25 ທີ່​ຖືກ​ຈັດ​ຂຶ້ນ​ຢູ່ ຄູ​ເວດ ​ໃນ​ອາທິດ​ໜ້າ, ບັນດາ​ການ​ນຳ​ຈະ​ຍົກ​ອອກ​ຄຳ​ຕັດສິນຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ບັນຫາ​ນີ້, ພ້ອມ​ທັງ​ຈະ​ຄັດຄ້ານ​ເລື່ອງ​ຮັບຮອງ ອິ​ດສະຣາ​ແອນ ​ລັດ​ຊາວ​ຢິວ ຕາມ​ຄຳ​ຮຽກຮ້ອງ​ຂອງ Tel Aviv. ທີ່​ກອງ​ປະຊຸມ, ​​ບັນຫາ Palestine ຈະ​​​​​ແມ່ນ​ບັນຫາ​ກວມ​ລວມໂຄງການ​ດຳ​ເນີນ​ງານ​ຂອງ​ກອງ​ປະຊຸມ ດ້ວຍ​ຈຸດ​ສຸມ​ແມ່ນ​ການ​ພິຈາລະນາ​ຄືນ​ຂໍ້​ລິ​ເລີ່​ມສັນຕິພາບ ​ອາຣັບ, ຕີ​ລາຄາ​ວິວັດ​ທະນາການ​ເຈລະຈາ​ກ່ຽວ​ກັບ ຕາ​ເວັນ​ອອກ​ກາງ​ລະຫວ່າງ ປາ​ແລດ​ສະຕີ​ນ ​ແລະ ​ອິດສະຣາ​ແອນ, ປຶກສາ​ຫາລື​ກົດ​ລະບຽບ​ໃຫ້​ເຂດ​ພູ​ສູງ Golan ​ແລະ ບັນດາ​ມາດ​ຕະການ​ໜູນ​ຊ່ວຍ​ຜູ້ຫລົບ​ໄພ ປາ​ແລດ​ສະຕີ​ນ ຢູ່ ລີບັງ.

    ທີ່​ກອງ​ປະຊຸມ​ຂັ້ນ​ສູງ AL ປີ 2002 ຢູ່ ລີ​ບັງ, ບັນດາ​ການ​ນຳ​ໄດ້​ຮັບຮອງ​ເອົາ​ຂໍ້​ລິ​ເລີ່​ມສັນຕິ​ພາບ ອາຣັບ ຮຽກ​ຮ້ອງ​​ໃຫ້ສ້າງ​ຕັ້ງ​ລັດ ປາ​ແລດ​ສະຕີ​ນ ​ໂດຍ​ຄົງ​ຕົວ​ພ້ອມກັບ​ລັດ ອິດສະຣາ​ແອນ ​ໂດຍ​ອີງ​ໃສ່​​ເສັ້ນ​ຊາຍ​ແດນ​ເມື່ອ​ປີ 1967. ຂໍ້​ລິ​ເລີ່​ມກໍ່​ຮຽກຮ້ອງ​​ໃຫ້ຍົກ​ອອກ​ມາດ​ຕະການ​ຢ່າງ​ແທດ​ຈິງ​ກ່ຽວ​ກັບ​ບັນຫາ​ຜູ້​ຫຼົບ​ໄພ ປາ​ແລດ​ສະຕີ​ນ ​ເພື່ອ​​ແລກເອົາ​ການ​ຫັນ​ກາ​ນພົວພັນ​ລະຫວ່າງ ອິດສະຣາ​ແອນ ​ແລະ ​ໂລກ ອາຣັບ ​ເປັນ​ປົກກະຕິ. ​ເຖິງ​ຢ່າງ​​ໃດ​ກໍ່ຕາມ, ວົງ​ການ​ເຈົ້າ​ໜ້າ​ທີ່ ອິດສະຣາ​ແອນ ຍາມ​ໃດ​ກໍ່​ຄັດຄ້ານ​ຂໍ້​ລິ​​ເລີ່​ມນີ້.



ຂ່າວ/ບົດ​ອື່ນ