APEC 20 - ພະລັງແຮງໃໝ່ຂອງຮ່ວມສຳພັນເສດຖະກິດອາຊີ - ປາຊີຝິກ


APEC 20 - ພະລັງແຮງໃໝ່ຂອງຮ່ວມສຳພັນເສດຖະກິດອາຊີ - ປາຊີຝິກ - ảnh 1

ທ່ານ​ລັດຖະມົນຕີ Pham Binh Minh

(ພາບ:phambinhminh.net)

 

​(vovworld)-ເນື່ອງ​ໃນ​​ໂອກາດ​ສິ້ນ​ສຸດກອງ​ປະຊຸມ​ຊຸດ​ຍອດ APEC ຄັ້ງ​ທີ 20 ຢູ່​ນະຄອນ Vladivostok, ສະຫະພັນ​ລັດ​ເຊຍ ​ໃນ​ວັນ​ທີ 9/9, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Pham Binh Minh ​ໄດ້​ຕອບ​ສຳພາດ​ສື່​ມວນ​ຊົນ​ກ່ຽວ​ກັບ​ໝາກຜົນ​ຂອງ​ກອງ​ປະຊຸມ. ທ່ານ​ຢືນຢັນ​ວ່າ​ກອງ​ປະຊຸມ​ບັນລຸ​ໄດ້​ໝາກຜົນ​ຫຼາຍ​ຢ່າງ, ສ້າງ​ພະລັງ​ແຮງ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື, ຮ່ວມ​ສຳພັນ​ໃນ​ພາກ​ພື້ນ. ບັນດາ​ການ​ນຳ​ໄດ້​ຢືນຢັນ​ເຖິງ​ຄວາມ​ຕັດສິນ​ໃຈ​ຟື້ນ​ຟູ​ເສດຖະກິດ, ຫັນ​ໄປ​ສູ່​ຮູບ​ແບບ​ເຕີບ​ໂຕ​ຂຽວ ​ແລະ ໝັ້ນຄົງ, ສະໜັບສະໜູນ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ​ກວ່າ​ອີກ, ສິ້ນ​ສຸດ​ຮອບ​ເຈລະຈາ Doha ສຳ​ເລັດ​ຜົນ. ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ​ມາດ​ຕະການຊຸກຍູ້​ການ​ຫັນ​ເປັນ​ເສລີ ​ແລະ ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ຄ້າ​ໃນ​ພາກ​ພື້ນ. ກອງ​ປະຊຸມ​ປີ​ນີ້​ເນັ້ນ​ໜັກ​ຄວາມ​ຕ້ອງການ​ເພີ່ມ​ທະວີການ​ຮ່ວມ​ມືຄຳ້ປະກັນ​ດ້ານ​ສະບຽງ​ອາຫານ, ສື​ບຕໍ່​ຖື​ເປັນ​ສຳຄັນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຄ້ຳປະກັນ​ດ້ານ​ພະລັງງານ…ຕາມ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Pham Binh Minh​ແລ້ວ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໂດຍທ່ານ​ປະທານ​ປະ​ເທດ Truong Tan Sang  ນຳ​ໜ້າ ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆຢ່າງ​ຕັ້ງໜ້າ, ​ແລະ ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບປະ​ເທດ​ເຈົ້າພາບ​ລັດ​ເຊຍ​ກໍ່​ຄື​ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ, ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ລວມຂອງ​ກອງ​ປະຊຸມ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ທ່ານ​ປະທານ​ປະ​ເທດ Truong Tan Sang  ​ແລະ​ບັນດາ​ສະມາຊິກ​ທາງ​ການ​ຂອງ​ຄະນະ​ຜູ້​ແທນ​ຫວຽດນາມ​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ປະມຸກ​ລັດ, ການ​ນຳ​ APEC ຫຼາຍ​ທ່ານ. ຕາມ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Pham Binh Minh​ແລ້ວ, ການ​ປະກອບສ່ວນ​ຢ່າງ​ແທ້​ຈິງ​ຂອງ​ຄະນະ​ຜູ້​ແທນ​ຫວຽດນາມ​ທີ່​ກອງ​ປະຊຸມ ພ້ອມ​ກັບ​ການ​ເຄື່ອນ​ໄຫວ​ສອງ​ຝ່າຍ​ໄດ້​ເຮັດ​ໃຫ້ການ​ພົບ​ພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ມີ​ຄວາມ​ເລິກ​ເຊິ່ງຍິ່ງ​ຂຶ້ນ, ປະກອບສ່ວນ​ປັບປຸງ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ການ​ພັດທະນາ​ຂອງ​ປະ​ເທດ ກໍ່​ຄື​ຍົກ​ສູງ​ທີ່​ຕັ້ງ​ບົດບາດ, ​ແລະ​ພາບ​ພົດ​ຂອງ​ຫວຽດນາມ​ຕື່ມ​ອີກ.

ຂ່າວ/ບົດ​ອື່ນ