APEC (SOM 3): ແບ່ງປັນບົດຮຽນສາທາລະນະສຸກທົ່ວເຖິງທົ່ວປວງຊົນ

(VOVWORLD) - ຫວຽດນາມ ມີຄຳໝັ້ນສັນຍາຢ່າງແຮງ, ການນຳພາຂອງລັດຖະບານ ແລະ ຄວາມມານະພະຍາຍາມຂອງລະບົບການເມືອງ, ພິເສດແມ່ນຂະແໜງສາທາລະນະສຸກ ໃນການເພີ່ມລະດັບການນຳໃຊ້ຂອງປະກັນສຸຂະພາບໃນປະຊາຊົນ. 
APEC (SOM 3): ແບ່ງປັນບົດຮຽນສາທາລະນະສຸກທົ່ວເຖິງທົ່ວປວງຊົນ - ảnh 1 ກອງປະຊຸມກ່ຽວກັບສາທາລະນະສຸກ ແລະ ເສດຖະກິດ

ກອງປະຊຸມຂັ້ນສູງຄັ້ງທີ 7 ກ່ຽວກັບ ສາທາລະນະສຸກ ແລະ ເສດຖະກິດໃນຂອບເຂດ SOM 3- APEC, ຢູ່ນະຄອນ ໂຮ່ຈີມິນ, ສືບຕໍ່ເຮັດວຽກເປັນມື້ສຸດທ້າຍໃນວັນທີ 24 ສິງຫາ. ທີ່ກອງປະຊຸມ, ບັນດາພື້ນຖານເສດຖະກິດ APEC ກໍ່ແບ່ງປັນກ່ຽວກັບບັນດາບົດຮຽນນຳໃຊ້ຮູບແບບຄູ່ຮ່ວມມືພາກລັດ - ເອກະຊົນ ແລະ ການຮ່ວມມືຫຼາຍຂະແຫຼງເພື່ອປະຕິບັດຄາດໝາຍເພື່ອ ອາຊີ - ປາຊີຟິກ ແຂງແຮງຮອດປີ 2020. ທ່ານນາງ ເຈີ່ນທິຢ໋າງເຮືອງ, ຫົວໜ້າກົມຮ່ວມມືສາກົນ, ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ:

        “ຫວຽດນາມ ມີຄຳໝັ້ນສັນຍາຢ່າງແຮງ, ການນຳພາຂອງລັດຖະບານ ແລະ ຄວາມມານະພະຍາຍາມຂອງລະບົບການເມືອງ, ພິເສດແມ່ນຂະແໜງສາທາລະນະສຸກ ໃນການເພີ່ມລະດັບການນຳໃຊ້ຂອງປະກັນສຸຂະພາບໃນປະຊາຊົນ. ເມື່ອປະຊາຊົນໄດ້ປົກປັກຮັກສາຍ້ອນບັດປະກັນສຸຂະພາບແລ້ວ, ເມື່ອສຸຂະພາບມີບັນຫາຈະມີບັດປະກັນສຸຂະພາບຈ່າຍເງິນໃຫ້”

ຕອບກັບ

ຂ່າວ/ບົດ​ອື່ນ