APEC ມຸ່ງ​ໄປ​ເຖິງ​ການ​ຟື້ນ​ຟູ​ແບບ​ຍືນ​ຍົງ ແລະ ກວມ​ລວມ

(VOVWORLD) -ຕາມໂຄງການດຳເນີນງານ, ການເຄື່ອນໄຫວສຳຄັນທີ່ສຸດໃນສັບປະດາສຸດຍອດ APEC ແມ່ນ ກອງປະຊຸມສຸດຍອດ APEC ຄັ້ງທີ 28 ໂດຍທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Arden ເປັນປະທານ, ເຊິ່ງຈະດຳເນີນໃນລະຫວ່າງວັນທີ 11 – 12 ພະຈິກ ຕາມຮູບການທາງໄກ, ປຶກສາຫາລືກ່ຽວກັບການກຳນົດທິດ ແລະ ວິໄສທັດຍຸດທະສາດ ແກ່ການຮ່ວມມືໃນອະນາຄົດ ລະຫວ່າງບັນດາພື້ນຖານເສດຖະກິດ APEC.

                                                          

APEC ມຸ່ງ​ໄປ​ເຖິງ​ການ​ຟື້ນ​ຟູ​ແບບ​ຍືນ​ຍົງ ແລະ ກວມ​ລວມ - ảnh 1ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Arden  (ພາບ: TTXVN)

ດ້ວຍຫົວຂໍ້ “ພ້ອມກັນສົມທົບ - ພ້ອມກັນກະທຳ - ພ້ອມກັນເຕີບໂຕ”, ໃນສັບປະດາຂັ້ນສູງ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2021, ນັບແຕ່ວັນທີ 8 – 12 ພະຈິກ ໂດຍ ນິວຊີແລັນ ເປັນປະທານ, ບັນດາພື້ນຖານເສດຖະກິດສະມາຊິກ APEC ຈະຢັ້ງຢືນຄຳໝັ້ນສັນຍາຮັບມືກັບວິກິດການດ້ານການແພດ ແລະ ເສດຖະກິດ ໃນປັດຈຸບັນ, ເປັນເອກະພາບຕັດສິນໃຈນຳພາກພື້ນຟື້ນຟູຢ່າງຍືນຍົງ ແລະ ໝັ້ນແກ່ນ.

        ວັນທີ 5 ພະຈິກ, ໃນວາລະປຶກສາຫາລືທາງດ້ານເຕັກນິກຂອງເຈົ້າໜ້າທີ່ອາວຸໂສ  APEC ໄດ້ສິ້ນສຸດລົງ, ໄດ້ເປັນພື້ນຖານເພື່ອໃຫ້ບັນດາລັດຖະມົນຕີ APEC ຍົກອອກຄຳໝັ້ນສັນຍາຢ່າງແຮງໃນກອງປະຊຸມຂັ້ນລັດຖະມົນຕີ ທີ່ດຳເນີນໃນລະຫວ່າງວັນທີ 8 – 9 ພະຈິກ. ກ່າວຄຳເຫັນພາຍຫຼັງວາລະປຶກສາຫາລື, ທ່ານ Vangelis Vitalis, ປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສ APEC 2021 ໄດ້ເນັ້ນໜັກວ່າ: “ບໍ່ເຄີຍມີຈຸດເວລາໃດທີ່ສຳຄັນຄືໃນປັດຈຸບັນເພື່ອໃຫ້ພື້ນຖານເສດຖະກິດຮ່ວມມື, ພ້ອມກັນແບ່ງປັນ, ສ້າງຕັ້ງ ແລະ ຟື້ນຟູຄືນໃໝ່… ເຈົ້າໜ້າທີ່ອາວຸໂສບັນດາພື້ນຖານເສດຖະກິດໄດ້ເຮັດວຽກທັງປີ, ປຶກສາຫາລືກ່ຽວກັບບັນຫາຕ່າງໆທີ່ກ່ຽວຂ້ອງເພື່ອຍົກສູງປະສິດທິຜົນຂອງ APEC ໃນການຮັບມືກັບວິກິດການ ແລະ ໜູນຊ່ວຍແກ່ການຟື້ນຟູ”. ນອກຈາກເນື້ອໃນດັ່ງກ່າວແລ້ວ, ບັນດາເຈົ້າໜ້າທີ່ອາວຸໂສ ກໍໄດ້ປຶກສາຫາລືກ່ຽວກັບວຽກງານຂອງ APEC ໃນ 2 ທົດສະວັດ ຈະມາເຖິງ ຕາມແຜນການປະຕິບັດວິໄສທັດ APEC ຮອດປີ 2040.

        ຕາມໂຄງການດຳເນີນງານ, ການເຄື່ອນໄຫວສຳຄັນທີ່ສຸດໃນສັບປະດາສຸດຍອດ APEC ແມ່ນ ກອງປະຊຸມສຸດຍອດ APEC ຄັ້ງທີ 28 ໂດຍທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Arden ເປັນປະທານ, ເຊິ່ງຈະດຳເນີນໃນລະຫວ່າງວັນທີ 11 – 12 ພະຈິກ ຕາມຮູບການທາງໄກ, ປຶກສາຫາລືກ່ຽວກັບການກຳນົດທິດ ແລະ ວິໄສທັດຍຸດທະສາດ ແກ່ການຮ່ວມມືໃນອະນາຄົດ ລະຫວ່າງບັນດາພື້ນຖານເສດຖະກິດ APEC.

ຕອບກັບ

ຂ່າວ/ບົດ​ອື່ນ