Asia Times, ຮົ່ງກົງ(ຈີນ) ຕີລາຄາສູງເລື່ອງປະຊາຊົນຫວຽດນາມຖືບົດບາດຊີ້ນຳນຳພາຂອງພັກກອມມູນິດຫວຽດນາມເປັນສຳຄັນ

(VOVWORLD) -ປະຊາຊົນຫວຽດນາມ ເຫັນໄດ້ວ່າ ພັກກອມມູນິດຫວຽດນາມ ເອົາໃຈໃສ່ເຖິງຄວາມຜາສຸກຂອງປະຊາຊົນຢ່າງແທ້ຈິງ.
Asia Times, ຮົ່ງກົງ(ຈີນ) ຕີລາຄາສູງເລື່ອງປະຊາຊົນຫວຽດນາມຖືບົດບາດຊີ້ນຳນຳພາຂອງພັກກອມມູນິດຫວຽດນາມເປັນສຳຄັນ - ảnh 1 (ພາບປະກອບ: TTXVN)

ບົດຂຽນໄດ້ລົງພິມໃນຫນ້າເວັບ Asia Times ລົງວັນທີ 7 ຕຸລາ ໄດ້ໃຫ້ຂໍ້ສັງເກດວ່າ: ຫວຽດນາມ ແມ່ນຫນຶ່ງໃນບັນດາປະເທດປະສົບຜົນສຳເລັດທີ່ສຸດໃນໂລກໃນການສະກັດກັ້ນໂລກລະບາດໂຄວິດ 19. ບົດຂຽນໄດ້ຢືນຢັນ ປະຊາຊົນຫວຽດນາມມີຄວາມເຊື່ອໝັ້ນສູງສຳລັບລະບອບ ສ້າງສະພາບແວດລ້ອມສະດວກເພື່ອໃຫ້ພັກກອມມູນິດຫວຽດນາມ ສະກັດກັ້ນໂລກລະບາດໂຄວິດ 19. ການປະຕິບັດມາດຕະການປ້ອງກັນສະກັດກັ້ນຢ່າງເຂັ້ມງວດ, ພິເສດ ເມື່ອແກ້ໄຂບັນດາຄວາມເສຍຫາຍດ້ານເສດຖະກິດ, ປະຕິບັດມາດຕະການແຍກຫ່າງສັງຄົມ, ໃຊ້ຜ້າອັດປາກ ແລະ ບັນດາມາດຕະການປ້ອງກັນອື່ນ ໄດ້ນຳໃຊ້ຕະຫລອດໃນໄລຍະເກີດໂລກລະບາດ. ຕາມບົດຂຽນແລ້ວ, ປະຊາຊົນມີຄວາມເຊື່ອໝັ້ນຕໍ່ພັກກອມມູນິດຫວຽດນາມ ຍ້ອນພັກໄດ້ນຳພາປະເທດຊາດຫລຸດພົ້ນອອກຈາກຄວາມທຸກຍາກອຶດຫິວກໍ່ຄືມານະ ພະຍາຍາມແກ້ໄຂບັນດາບັນຫາຂອງປະເທດຊາດ. ຜ່ານແນວທາງຊີ້ນຳນຳພາ ແລະ ການກະທຳໃນຕົວຈິງ ປະຊາຊົນຫວຽດນາມ ເຫັນໄດ້ວ່າ ພັກກອມມູນິດຫວຽດນາມ ເອົາໃຈໃສ່ເຖິງຄວາມຜາສຸກຂອງປະຊາຊົນຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ