ASIAD 2023: ນັກ​ກິ​ລາ ຫງວຽນ​ຮຸຍ​ຮ່​ວາງ ໄດ້​ສ້າງ​ຂີດ​ໝາຍ​ທີ່​ດີ​ງາມ

(VOVWORLD) - ຄະນະນັກກິລາ ຫວຽດນາມ ໄດ້ຮັກສາອັນດັບທີ 15 ໃນຕາຕະລາງຈັດອັນດັບຫຼຽນ ASIAD 2023, ດ້ວຍ 1 ຫຼຽນຄຳ, 2 ຫຼຽນເງິນ ແລະ 12 ຫຼຽນທອງ.
ASIAD 2023: ນັກ​ກິ​ລາ ຫງວຽນ​ຮຸຍ​ຮ່​ວາງ ໄດ້​ສ້າງ​ຂີດ​ໝາຍ​ທີ່​ດີ​ງາມ - ảnh 1

(ພາບ: Reuters)

   ວັນທີ 29 ກັນຍາ ແມ່ນວັນແຂ່ງຂັນທາງການທີ 6 ຂອງງານມະຫາກຳກິລາອາຊີ ຄັ້ງທີ 19 (ASIAD 2023). ນັກກິລາລອຍນ້ຳ ຫງວຽນຮຸຍຮ່ວາງ ຂອງ ຫວຽດນາມ ແມ່ນຜູ້ດຽວຄວ້າໄດ້ຫຼຽນໃຫ້ແກ່ຄະນະນັກກິລາ ຫວຽດນາມ.

ໄລ່ຮອດ 21 ໂມງ 30 ນາທີຂອງວັນທີ 29 ກັນຍາ, ຄະນະນັກກິລາ ຫວຽດນາມ ໄດ້ຮັກສາອັນດັບທີ 15 ໃນຕາຕະລາງຈັດອັນດັບຫຼຽນ ASIAD 2023, ດ້ວຍ 1 ຫຼຽນຄຳ, 2 ຫຼຽນເງິນ ແລະ 12 ຫຼຽນທອງ. ປະເທດເຈົ້າພາບ ຈີນ ນຳໜ້າດ້ວຍ 105 ຫຼຽນຄຳ, ຖັດມາແມ່ນ ຍິ່ປຸ່ນ ດ້ວຍ 27 ຫຼຽນຄຳ, ອັນດັບທີ 3 ແມ່ນ ສ.ເກົາຫຼີ ດ້ວຍ 26 ຫຼຽນຄຳ.

ຕອບກັບ

ຂ່າວ/ບົດ​ອື່ນ