Bac Ninh ບັນລຸມາດຖານການສຶກສາ ຂັ້ນອະນຸບານພາກບັງຄັບໃຫ້ເດັກ 5 ປີ

Bac Ninh ບັນລຸມາດຖານການສຶກສາ ຂັ້ນອະນຸບານພາກບັງຄັບໃຫ້ເດັກ 5 ປີ - ảnh 1

(ພາບ:baobacninh.com.vn)​

( vovworld ) – ຕ​ອນຊົ້າວັນ​ທີ 26/7,  ຢູ່​ສູນວັດທະນະທຳ Kinh Bac ນະຄອນ Bac Ninh, ຄະນະ​ກຳມະການ​ປະຊາຊົນ​ແຂວງ Bac Ninh ​ໄດ້ຈັດ​ພິທີ​ປະກາດ​ຂໍ້​ຕົກລົງ ​ແລະ ຮັບ​ທຸງ​ບັນລຸມາດຖານ​ການ​ສຶກ​ສາຂັ້ນອະນຸບານພາກ​ບັງຄັບ​ໃຫ້​ເດັກ 5 ປີຂອງ​ກະຊວງ​ສຶກສາ ​ແລະ ບຳລຸ​ງສ້າງ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ໝາກຜົນ​ຊື່​ງອົງ​ຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ Bac Ninh ບັນລຸ​ໄດ້​ໃນ​ພາລະກິດ​ພັດທະນາ​ການ​ສຶກສາຂັ້ນອະນຸບານ​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ເນັ້ນນັກ​ວ່າ:

   “ທາງ​ແຂວງຕ້ອງສືບ​ຕໍ່​ກວດກາ​ບັນດາ​ເງື່ອນ​ໄຂ​ເພື່ອ​ບັນລຸ​ມາດຖານ​ການ​ສຶກສາ​ພາກ​ບັງຄັບ. ຕ້​ອງປະຕິບັດ​​ເປັນຢ່າງດີ ​ແລະ ​ຄົບ​ຊຸດນັງທັງ​ດ້ານ​ນະ​ໂຍບາຍ​ໃນ 3 ຂັ້ນຄື: ​ແຂວາງ, ​ເມືອງ, ຕາ​ແສງ ພ້ອມ​ທັງ​ເປີດ​ກ້ວາງ​ການດຶງດູດ​ເດັກ​ໃນ​ເກັນ​ອາຍຸ 3-4 ປີ​ເຂົ້າຮຽນ. ຕ້ອງ​ເລີ່​ມປະຕິບັດ​ໂຄງການ​ສິດສອນ​ພາສາ​ອັງກິດ​ຕາມ​​ໂຄງການໃໝ່ ​ໂດຍ​ລັດຖະບານ​ປະກາດ​ໃຊ້​ໂດຍ​ໄວ. ສູ້​ຊົນ​ບັນລຸ​ມາດຖານ​ພາສາ​ອັງກິດ​ກ່ອນ​ປີ 2020

 

 

 

ຂ່າວ/ບົດ​ອື່ນ