Bethlehem ຕ້ອ​ນ​ຮັບ​ແຂກ​ທ່ອງ​ທ່ຽວ​ມາ​ບຸນ ຄຼິດ​ສະ​ມາດ ພາຍຫຼັງ​ໂລກ​ລະ​ບາດ​ໄດ້​ຮັບ​ການ​ຄຸມ​ຄວບ​ເປັນ​ຊົ່ວ​ຄາວ

(VOVWORLD) - ການທ່ອງທ່ຽວຢູ່ Bethlehem ເນື່ອງໃນໂອກາດບຸນ ຄຼິດສະມາດ ພວມໄດ້ຮັບການຟື້ນຟູຄືນໃໝ່ ພາຍຫຼັງຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ມາເປັນເວລາ 2 ປີ.
Bethlehem ຕ້ອ​ນ​ຮັບ​ແຂກ​ທ່ອງ​ທ່ຽວ​ມາ​ບຸນ ຄຼິດ​ສະ​ມາດ ພາຍຫຼັງ​ໂລກ​ລະ​ບາດ​ໄດ້​ຮັບ​ການ​ຄຸມ​ຄວບ​ເປັນ​ຊົ່ວ​ຄາວ - ảnh 1 ແຂກເລີ່ມມາທ່ອງທ່ຽວ Bethlehem ຢ່າງຄັບຄາໜາແໜ້ນ (ພາບ: TTXVN)

ໃນຊຸມມື້ນີ້, ທີ່ຖະໜົນສາຍຕ່າງໆຢູ່ Bethlehem ແຂກເລີ່ມມາທ່ອງທ່ຽວຢ່າງຄັບຄາໜາແໜ້ນ. ມີຕົ້ນແປກ Noel  ຂະໜາດໃຫຍ່ໄດ້ຮັບການປະດັບປະດາດ້ວຍດອກໄຟແສງສີເຫຼື້ອມຫຍິບຫຍັບຢູ່ສະໜາມຫຼວງ Bethlehem. ໂຮງແຮມແຫ່ງຕ່າງໆມີແຂກມາພັກຢູ່ເຕັມ. ແຂກທ່ອງທ່ຽວຢູ່ທົ່ວທຸກທະວີບໃນໂລກໄດ້ໄປຍັງໂບດຢູ່ Bethlehem ເພື່ອຖ່າຍຮູບ ແລະ ຊື້ໄມ້ກາງເຂນທີ່ໄດ້ເຮັດດ້ວຍໄມ້ ຫຼືເຄື່ອງເປັນທີ່ລະນຶກ… ບຸນ ຄຼິດສະມາດ ແມ່ນເວລາຈຸດສຸມຂອງການທ່ອງທ່ຽວຢູ່ Bethlehem, ຕັ້ງຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ໂດຍ ອິດສະຣາແອນ ຄຸ້ມຄອງ. ຍ້ອນ ປາແລັດສະຕິນ ບໍ່ມີສະໜາມບິນຕ່າງຫາກ ສະນັ້ນ, ແຂກທ່ອງທ່ຽວສາກົນສ່ວນຫຼາຍ ລ້ວນແຕ່ໄປຜ່ານ ອິດສະຣາແອັນ. ກະຊວງທ່ອງທ່ຽວ ອິດສະຣາແອັນ ຄາດຄະເນວ່າ ຈະມີແຂກທ່ອງທ່ຽວ ຖືສາສະໜາ ກາໂຕລິກ ປະມານ 120.000 ເທື່ອຄົນ ໄປຍັງ Bethlehem ໃນສັບປະດາບຸນ ຄຼິດສະມາດ ປີນີ້.


ຕອບກັບ

ຂ່າວ/ບົດ​ອື່ນ