ເດືອນເຄື່ອນໄຫວມະນຸດສະທຳປີ 2024 ໄດ້ຫນູນຊ່ວຍຜູ້ປະສົບກັບຄວາມຫຍຸ້ງຍາກເກືອບ 1,7 ລ້ານຄົນ

(VOVWORLD) -ວັນທີ 20 ມິຖຸນາ, ສູນກາງສະພາກາແດງ ຫວຽດນາມໄດ້ປະກາດວ່າ ເດືອນເຄື່ອນໄຫວມະນຸດສະທຳປີ 2024 ລະດົມໄດ້ຈຳນວນເງິນບໍລິຈາກກວ່າ 786 ຕື້ດົ່ງ (ກວ່າ 30 ລ້ານ USD), ບັນລຸກວ່າ 197% ຄາດໝາຍວາງອອກ.

ເດືອນເຄື່ອນໄຫວມະນຸດສະທຳປີ 2024 ໄດ້ຫນູນຊ່ວຍຜູ້ປະສົບກັບຄວາມຫຍຸ້ງຍາກເກືອບ 1,7 ລ້ານຄົນ - ảnh 1ກຳລັງລັດຖະກອນ, ພະນັກງານ,ສະມາຊິກສະພາກາແດງເຂົ້າຮ່ວມການຕອບສະຫນອງບັ້ນເຄື່ອນໄຫວມະນຸດສະທຳ. ພາບ:Thanh Bình/TTXVN

ເດືອນເຄື່ອນໄຫວມະນຸດສະທຳປີ 2024 ແມ່ນເລີ່ມແຕ່ວັນທີ 1- 31 ພຶດສະພາ, ຈຸດສຸດແມ່ນແຕ່ວັນທີ 8 ພຶດສະພາ ຮອດວັນທີ 19 ພຶດສະພາ. ໄລ່ຮອດທ້າຍເດືອນພຶດສະພາປີ 2024 ມີ 29 ແຂວງ, ນະຄອນ, ສະພາກາແດງ ໄດ້ສ້າງກອງທຶນເຄື່ອນໄຫວຂອງສະພາກາແດງຂັ້ນແຂວງ, ບັນລຸ 94% ຄາດໝາຍຂອງແຜນການທີ່ໄດ້ວາງອອກ. ໃນເດືອນເຄື່ອນໄຫວມະນຸດສະທຳ, ທົ່ວລະບົບສະພາກາແດງໄດ້ຫນູນຊ່ວຍຜູ້ປະສົບຄວາມຫຍຸ້ງຍາກເກືອບ 1,7 ລ້ານຄົນ, ໃນນັ້ນ ຫນູນຊ່ວຍມະນຸດສະທຳແບບຍືນຍົງໃຫ້ແກ່ເກືອບ 75.000 ສ່ວນບຸກຄົນ ແລະ ໝູ່ຄະນະ, ກໍ່ສ້າງໃຫມ່ ແລະ ສ້ອມແປງເຮືອນກາແດງກວ່າ 1.500 ຫລັງ; ຫນູນຊ່ວຍໃຫ້ແກ່ 4.000 ຄອບຄົວໃນການທຳມາຫາກິນ.

ຕອບກັບ

ຂ່າວ/ບົດ​ອື່ນ