Blomberg ຖະແຫຼງບັນຊີລາຍຊື່ການນໍາ ແລະ ນັກທຸລະກິດ 50 ຄົນທີ່ດີເດັ່ນທົ່ວໂລກ ປີ 2018

(VOVWORLD) -ວາລະສານທີ່ມີຊື່ສຽງ Forbes  ຂອງ ອາເມລິກາ ຫວ່່າງມໍ່ໆມານີ້ ກໍໄດ້ປະກາດບັນຊີລາຍຊື່ຜູ້ຍິງ 100 ຄົນ ທີ່ມີອໍານາດທີ່ສຸດໃນໂລກ ໂດຍຜູ້ຕາງໜ້າຂອງຫວຽດນາມ ແມ່ນ ທ່ານນາງ ຫງວຽນທິເຟືອງຖາວ ຢູ່ໃນອັນດັບທີ 44...
Blomberg ຖະແຫຼງບັນຊີລາຍຊື່ການນໍາ ແລະ ນັກທຸລະກິດ 50 ຄົນທີ່ດີເດັ່ນທົ່ວໂລກ ປີ 2018 - ảnh 1 ທ່ານນາງ ຫງວຽນທິເຟືອງຖາວ ປະທານສະພາບໍລິຫານ ຂອງ ກຸ່ມບໍລິສັດ Sovico (ພາບ: vnexpress.net)

ໃນວັນທີ 16 ທັນວາ,     ສໍານັກຂ່າວສານຫວຽດນາມ ຖະແຫຼງວ່າ: ຊ່ອງສື່ສານກ່ຽວກັບການດໍາເນີນທຸລິກິດ ແລະ ການເງິນ ທີ່ມີອິດທິພົນຊື່ສຽງຂອງໂລກ ຄື Blomberg ຫາກໍປະກາດບັນຊີລາຍຊື່ການນໍາ ແລະ ນັກທຸລະກິດ 50 ຄົນ ທີ່ດີເດັ່ນທົ່ວໂລກ ປີ 2018 “The Bloomberg 50” (B50). ໃນບັນຊີລາຍຊື່ດັ່ງກ່າວ ມີທ່ານ Jerome Powell, ປະທານທະນາຄານສະສົມສະຫະລັດ ອາເມລິກາ (FED); ທ່ານນາງ Amy Hood, ຜູ້ອໍານວຍການດ້ານການເງິນຂອງ Microsoft; ທ່ານນາງ ຫງວຽນທິເຟືອງຖາວ ຜູ້ອໍານວຍການໃຫຍ່ບໍລິສັດການບິນ Vietjet  ແລະອື່ນໆ. ນີ້ເປັນຄັ້ງທໍາອິດ ຫວຽດນາມມີຜູ້ຕາງໜ້າໃນບັນລຸລາຍຊື່ດັ່ງກ່່າວ.

        ນອກຈາກນັ້ນ,  Bloomberg, ວາລະສານທີ່ມີຊື່ສຽງ Forbes  ຂອງ ອາເມລິກາ ຫວ່່າງມໍ່ໆມານີ້ ກໍໄດ້ປະກາດບັນຊີລາຍຊື່ຜູ້ຍິງ 100 ຄົນ ທີ່ມີອໍານາດທີ່ສຸດໃນໂລກ ໂດຍຜູ້ຕາງໜ້າຂອງຫວຽດນາມ ແມ່ນ ທ່ານນາງ ຫງວຽນທິເຟືອງຖາວ ຢູ່ໃນອັນດັບທີ 44 ເຊິ່ງເປັນປະທານສະພາບໍລິຫານ ຂອງ ກຸ່ມບໍລິສັດ Sovico, ຜູ້ອໍານວຍການໃຫຍ່ Vietjet, ພ້ອມທັງເປັນຮອງປະທານ ສະພາບໍລິຫານ ປະຈໍາ ທະນາຄານ HD Bank. ປັດຈຸບັນ, ທ່ານນາງແມ່ນຄົນຮັ່ງມີອັນດັບທີ 2 ໃນຕະຫຼາດຫຼັກຊັບຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ