Carnaval Ha Long ເຕົ້າໂຮມສິ່ງຍອດຍິ່ງດ້ານວັດທະນະທຳ

Carnaval Ha Long ເຕົ້າໂຮມສິ່ງຍອດຍິ່ງດ້ານວັດທະນະທຳ - ảnh 1
( ງານ​ບຸນຕາມ​ທ້ອງ​ຖະໜົນ Carnaval Ha Long 2012 )

( vovworld ) –   ງານ​ບຸນຕາມ​ທ້ອງ​ຖະໜົນ Carnaval Ha Long 2012 ຈະ​ດຳ​ເນີນ​ໄປ​ໃນ​ຕອນ​ຄໍ່າ​ວັນ​ທີ 1/5 ຢູ່​ເຂດ​ທ່າ​ງທ່ຽວ Bai Chay. Carnaval ປີ​ນີ້​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ ມີ​ຂອບ​ຂະໜາດ​ໃຫຍ່​ທີ່​ສຸດ​ນັບແຕ່​ກ່ອນ​ຮອດ​ປະຈຸ​ບັນ, ​ເພາະວ່າ​​ຖືກໄຂ​ຂຶ້ນກົງ​ກັບ​ຈຸດ​ເວລາ​ອ່າວ Ha Long ​ໄດ້​ຮັບ​ນາມມະຍົດ​ກາຍ​ເປັນ​ສິ່ງ​ມະຫັດສະຈັນ​​ແຫ່ງໃໝ່ຂອງ​ໂລກ. ນັກ​ສີ​ລະ​ປິນ​ປະຊາຊົນ Le Tien Tho, ຫົວໜ້າ​ສະມາຄົມ​ນັກ​ສີ​ລະ​ປິນ, ຜູ້​ກຳກັບການສະ​ແດງ​ໃຫ້​ຮູ້​ວ່າ, ມີ​ນັກ​ສຶກສາ ​ແລະ ປະຊາຊົນປະມານ 3.200 ຄົນ​ ເຂົ້າ​ຮ່ວມ​ງານ​ບຸ​ນ. ນັກ​ສີ​ລະ​ປິນ​ປະຊາຊົນ Le Tien Tho ​ໃຫ້​ຮູ້​ວ່າ.

        “ ພວກ​ຂ້າພະ​ເຈົ້າ​ໄດ້​ກະ​ກຽມລາຍການ​ແຕ່​ຕົ້ນ​ເດືອນ 4. ​ໃນ​​ເວລາ 10 ວັນ​ຈະ​ຝຶກ​ແອບ ​ແລະ ພວກ​ຂ້າພະ​ເຈົ້າ​ຈະ​ຝຶກ​ແອບ​ໃນ​ຄວາມ​ຮ້ອນ​ຂອງ​ການ​ເລີ່​ມຕົ້ນ​ເຂົ້າລະດູ​ແລງ. ນອກ​ຈາກ​ພາກ​ຕົ້ນ​ຕໍ່​ແລ້ວ​ ພວກຂ້າພະ​ເຈົ້າກໍຈະ​ຈັດ​ບັນດາ​ການ​ເຄື່​ອນ​ໄຫວ​ຂອງ​ຕາ​ແສງ​, ​ເມືອງ​ຈຳນວນ​ໜື່ງ. ພວກ​ຂ້າພະ​ເຈົ້າ​ສຸມ​ໃສ່​ຈຸດ​ພົ້ນ​ເດັ່ນ​ຂອງ​ວັດທະນະທຳ​ຫວຽດນາມ, ພິ​ເສດ​ແມ່ນ​ວັດທະນະທຳ Ha Long. ຄື​ວັດທະນະທຳຈິດ​ວິນ​ຍານ Quang Ninh, ວັດທະນະທຳ​ທະ​ເລ, ວັດ​ທະນະ​ທຳ​ຖ່ານຫີນ ​ແລະ ວັດທະນະທຳ​ຊົນເຜົ່າ ”.

        Carnaval ຄັ້ງ​ນີ້​ຍັງ​ມີ​ການສະ​ແດງ​ຂອງ​ບັນດາ​ປະ​ເທດ​ເພື່ອນ​ມິດ​ຄື​ຈີນ, ສ.​ເກົາຫຼີ, ລາວ ​ແລະ ພິ​ເສດ​ແມ່ນ​ການສະ​ແດງຍິງ​ບັ້ງ​ໄພ​ດອກ​ສີລະ​ປະ. ທ່ານ Ha Quang Long, ຫົວໜ້າ​ພະ​​ແໜກວັດທະນະທຳ - ກິລາ ​ແລະ ທ່ອງ​ທ່ຽວ Quang Ninh ຢືນຢັນ​ວ່າ.

        “ ອາດ​ເວົ້າ​ໄດ້​ວ່າ, Carnaval ປີ 2012 ນີ້ ​ແມ່ນ​ການ​ສົມທົບກັນ​ຢ່າງ​ກົມກຽວ​ລະຫວ່າງ​ລັກສະນະ​ພື້ນ​ເມືອງ ​ແລະ ທັນ​ສະ​ໄໝ. ລະຫວ່າງ​ບັນດາ​ຈຸດ​ວັດ​ທະນະ​ທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ແຂວງ Quang Ninh ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຄະນະນັກ​ສີ​ລະ​ປິນສາກົນ​ຕ່າງໆ, ບັນດາ​ຄະນະນັກ​ສີ​ລະ​ປິນສູນກາງເພື່ອ​ສ້າງ Carnaval ໜື່ງທີ່ມີ​ສີສັນຫຼາກຫຼາຍ​, ​ເຂັ້ມຂົ້ນ​ໄປ​ດ້ວຍ​ສີສັນ​ທີ່​ເປັນ​ມູນ​ເຊື້ອ ​ແລະ ທັນ​ສະ​​ໄໝ. ສະ​ແດງ​​ໃຫ້​ເຫັນການ​ເຊື່ອມ​ໂຍງ ​ແລະ ພັດທະນາ​ຂອງ​ແຂວງ Quang Ninh ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ”

ຂ່າວ/ບົດ​ອື່ນ