CBS News (ອາເມລິກາ): ສປປ ເກົາຫຼີ ອາດຈະສືບຕໍ່ທົດລອງລູກສອນໄຟນຳວິຖີໃນອາທິດນີ້

(VOVWORLD) - ບັນດາການເຄື່ອນໄຫວລູກສອນໄຟໄດ້ຄົ້ນພົບໃນສະຖານທີ່ດຽວກັນເຊິ່ງ ສປປ ເກົາຫຼີ ດຳເນີນການທົດລອງ ICBM ໃນເດືອນ ພະຈິກຜ່ານມາ


ສຳນັກຂ່າວສານ CBS News ຂອງອາເມລິກາ ໄດ້ໃຫ້ຂ່າວວ່າ ສປປ ເກົາຫຼີ ອາດຈະໄດ້ກຽມພ້ອມດຳເນີນເຫດທົດລອງລູກສອນໄຟໃນອາທິດນີ້ ຫຼື ອາທິດໜ້າ, ໂດຍບໍ່ຫົວຊາຕໍ່ສັນຍານໄກ່ເກ່ຍປອງດອງລະຫວ່າງ 2 ພາກເກົາຫຼີ. ຕາມສຳນັກຂ່າວສານນີ້ແລ້ວ, ສປປ ເກົາຫຼີ “ເກືອບຄືວ່າພວມຢູ່ໃນໄລຍະຕົ້ນຂອງຂັ້ນຕອນການຍິງທົດລອງລູກສອນໄຟນຳວິຖີຂ້າມທະວີບ (ICBM)”. ບັນດາການເຄື່ອນໄຫວລູກສອນໄຟໄດ້ຄົ້ນພົບໃນສະຖານທີ່ດຽວກັນເຊິ່ງ ສປປ ເກົາຫຼີ ດຳເນີນການທົດລອງ ICBM ໃນເດືອນ ພະຈິກຜ່ານມາ. ແຫຼ່ງຂ່າວນີ້ໄດ້ຍົກອອກມາໃນສະພາບການທີ່ ສປປ ເກົາຫຼີ ມີສັນຍານຕັ້ງໜ້າ. ປະຈຸບັນ, 2 ຝ່າຍພວມສົ່ງເສີມການປຶກສາຫາລືກ່ຽວກັບເລື່ອງ ສປປ ເກົາຫຼີ ເຂົ້າຮ່ວມງານມະຫາກຳກິລາລະດູໜາວ PyeongChang 2018.


ຕອບກັບ

ຂ່າວ/ບົດ​ອື່ນ