CLMV 8 ແລະ ACMECS 7 ອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການຮ່ວມມື


CLMV 8 ແລະ  ACMECS 7 ອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການຮ່ວມມື - ảnh 1
ການ​ນຳ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມກອງ​ປະ​ຊຸມ

(vovworld)- ວັນ​ທີ 26/10, ກອງ​ປະ​ຊຸມ​ສັ້ນ​ສູງ​ກ່ຽວ​ກັບ​ກ​ານ​ຮ່ວມ​ມືກ​ຳ​ປູ​ເຈຍ-ລາວ-ມ້ຽນ​ມາ-ຫວຽດ​ນາມ(CLMV)ຄັ້ງ​ທີ 8 ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ. ຖະ​ແຫຼງ​ການ​ຮ່ວມໄດ້​ຢືນ​ຢັນ​ອີກ​ເທື່ອ​ໜຶ່ງ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ກົນ​ໄກ CLMV ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ​ວັດ​ທະ​ນາ​ຖາ​ວອນ​ຂອງ​ອະ​ນຸ​ພາກ​ພື້ນ, ຄັດ​ແຄບຄວາມ​ຜິດ​ໂຕນກ່ຽວ​ກັບລະ​ດັບ​ການ​ພັດ​ທະ​ນາ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກອື​່ນ​ໃນ​ອາ​ຊຽນ.

    ຖະ​ແຫຼງ​ການ​ຮ່ວມລວມ​ມີ 17 ຂໍ້, ໃນ​ນັ້ນ ເນັ້ນ​ໜັກ​ເຖິງ​ພາ​ລະ​ກຳ​ເປັນ​ແກ່ນ​ສານ​ຂອງ​ການ​ຮ່ວມ​ມື CLMV ແມ່ນ​ຂອບ​ເຂດ​ຊຸກ​ຍູ້​ການ​ປະ​ສານ​ສົມ​ທົບ​ດ້ານ​ນະ​ໂຍ​ບາຍ ແລະ ການ​ເຄື່ອນ​ໄຫວ​ລວມ​ລະ​ຫວ່າງ 4 ປະ​ເທດ​ແນ​ໃສ່​ຮັບ​ປະ​ກັນ​ໃນ​ອະ​ນາ​ຄົດ​ມີ ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ​ວັດ​ທະ​ນາ​ຖາ​ວອນ​.

      ກອງ​ປະ​ຊຸມ​ສັ້ນ​ສູງ​ກ່ຽວ​ກັບ​ກ​ານ​ຮ່ວມ​ມືກ​ຳ​ປູ​ເຈຍ-ລາວ-ມ້ຽນ​ມາ-ຫວຽດ​ນາມ(CLMV)ຄັ້ງ​ທີ 8 ຢູ່​ຮ່າ​ໂນ້ຍ​ໄດ້​ເປັນ​ເອ​ກະ​ພາບ​ໃຫ້​ກຳ​ປູ​ເຈຍ​ຈະ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ສັ້ນ​ສູງ​ກ່ຽວ​ກັບ​ກ​ານ​ຮ່ວມ​ມືກ​ຳ​ປູ​ເຈຍ-ລາວ-ມ້ຽນ​ມາ-ຫວຽດ​ນາມ(CLMV)ຄັ້ງ​ທີ 9 ໃນ​ປີ 2018.

     ໃນ​ວັນ​ດຽວ​ກັນ, ກອງ​ປະ​ຊຸມ​ຂັ້ນ​ສູງ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ເຢ​ວາ​ດີ-ເຈົ້າ​ພະ​ຍາ-ແມ່​ຂອງ (ACMECS) ຄັ້ງ​ທີ 7 ໄດ້​ອອກຖະ​ແຫຼງ​ການ​ຮ່າ​ໂນ້ຍ​ຊຶ່ງ​ໄດ້​ຢື​ນ​ຢັນ​ບັນ​ດາ​ຜົນ​ງານ​ທີ່​ການ​ຮ່ວມ​ມື ACMECS ບັນ​ລຸ​ໄດ້​ນັບ​ແຕ່​ເວ​ລາ​ສ້າງ​ຕັ້ງ​ມາ​ຮອດ​ປະ​ຈຸ​ບັນ, ໝັ້ນ​ໝາຍ​ຜັນ​ຂະ​ຫຍາຍ​ການ​ເຄື່ອນ​ໄຫວ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ໄລ​ຍະ​ທີ່​ຈະ​ເຖິງ.

      ຖະ​ແຫຼງ​ການ​ຮ່າ​ໂນ້ຍ​ຍັງ​ຊົມ​ເຊີຍ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ​ (WEF ) ກ່ຽວ​ກັບພາກ​ພື້ນ​ແມ່​ນ້ຳ​ຂອງຄັ້ງ​ທີ 1 ໂດຍ​ຫວຽດ​ນາມ​ລິ​ເລີ່ມ ແລະ ດຳ​ເນີນ ແນ​ໃສ່​ໂຄ​ສະ​ນາ​ທ່າ​ແຮງ​ບົ່ມ​ຊ້ອນ​ຢ່າງ​ໃຫ່​ຍຫຼວງ​ຂອງພາກ​ພື້ນ​ແມ່​ນ້ຳ​ຂອງໃຫ້​ແກ່​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ສາ​ກົນ. ACMECS ຄັ້ງ​ທີ 7 ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ວ່າ ກອງ​ປະ​ຊຸມ​ຂັ້ນ​ສູງ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ເຢ​ວາ​ດີ-ເຈົ້າ​ພະ​ຍາ-ແມ່​ຂອງ (ACMECS) ຄັ້ງ​ທີ 8 ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ໄທ​ໃນ​ປີ 2018.
ຂ່າວ/ບົດ​ອື່ນ