COP 24: ຕ້ານການປ່ຽນແປງຂອງດິນຟ້າອາກາດອາດຈະກູ້ເອົາຊີວິດມະນຸດໄດເປັນລ້ານໆຄົນ

(VOVWORLD) - ບົດລາຍງານສະບັບນີ້ແມ່ນສ່ວນໜຶ່ງຂອງເນື້ອໃນທີ່ໄດ້ຢື່ນສະເໜີທີ່ກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງ ສປຊ (COP 24) ພວມໄດ້ຮັບການຈັດຕັ້ງຢູ່ Katowice

COP 24: ຕ້ານການປ່ຽນແປງຂອງດິນຟ້າອາກາດອາດຈະກູ້ເອົາຊີວິດມະນຸດໄດເປັນລ້ານໆຄົນ - ảnh 1ສະພາບມົນລະພິດອາກາດເຂດຕົວເມືອງ

(ພາບປະກອບ)

ວັນທີ 5 ທັນວາ, ອົງການອະນາໄມໂລກ (WHO) ໄດ້ປະກາດບົດລາຍງານພິເສດກ່ຽວກັບຄວາມຜູກພັນລະຫວ່າງການປ່ຽນແປງຂອງດິນຟ້າອາກາດກັບສຸຂະພາບຂອງມະນຸດ. ບົດລາຍງານສະບັບນີ້ແມ່ນສ່ວນໜຶ່ງຂອງເນື້ອໃນທີ່ໄດ້ຢື່ນສະເໜີທີ່ກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງ ສປຊ (COP 24) ພວມໄດ້ຮັບການຈັດຕັ້ງຢູ່ Katowice, ປະເທດ ໂປໂລຍ. ຕາມນັ້ນແລ້ວ, ການກະທຳເດັດຂາດຕ້ານການປ່ຽນແປງຂອງດິນຟ້າອາກາດໃນປະຈຸບັນ ອາດຈະກູ້ເອົາຊີວິດຂອງຫຼາຍໆຄົນ ແລະ ປະຢັດຊັບສິນເງິນທອງໄດ້ຫຼາຍຄິດໄລ່ຮອດກາງສະຕະວັດທີ 21. ຂໍ້ຕົກລົງ ປາຣີ ປີ 2015 ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດໃຫ້ໜ່ວຍໂລກເທົ່ານັ້ນ, ຫາກຍັງແມ່ນຊີວິດຂອງມະນຸດອີກດ້ວຍ. ຄາດວ່າ, ສະເພາະເລື່ອງຫລຸດຜ່ອນມົນລະພິດທາງອາກາດກໍ່ສາມາດກູ້ເອົາຊີວິດມະນຸດປະມານ 1 ລ້ານຄົນ.

        ທີ່ເຫດການດັ່ງກ່າວ, ທ່ານ Tedros Adhanom Ghebreyesus, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ໄດ້ເນັ້ນໜັກວ່າ: ດ້ວຍບັນດາພະຍານຫຼັກຖານຢ່າງຈະແຈ້ງ ໄດ້ສະແດງໃຫ້ເຫັນວ່າ ການປ່ຽນແປງຂອງດິນຟ້າອາກາດໄດ້ສົ່ງຜົນກະທົບໜັກໜ່ວງເຖິງສຸຂະພາບ ແລະ ຊີວິດຂອງມະນຸດ. ມັນໄດ້ຂົ່ມຂູ່ບັນດາຄວາມຕ້ອງການພື້ນຖານທີ່ສຸດເພື່ອໃຫ້ມີສຸຂະພາບທີີ່ດີ - ອາກາດປອດໂປ່ງ, ນ້ຳສະອາດ…

ຕອບກັບ

ຂ່າວ/ບົດ​ອື່ນ