COP22-ກອງປະຊຸມແຫ່ງການກະທຳ

COP22-ກອງປະຊຸມແຫ່ງການກະທຳ - ảnh 1
ໄພ​ນ້ຳ​ຸ​ຖ້ວມ​ຢູ​່ ປາ​ຣີ ໃນ​ປີ 2016 ຍ້ອນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ກໍ​ຂຶ້ນ
(ພາບ: sggp.org.vn)

(vovworld)- ກອງ​ປະ​ຊຸ​ມ​ຄັ້ງ​ທີ 22 ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ແມ່​ຂອງ ສ​ປ​ຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ (COP22) ດຳ​ເນີນ​​ໃນ​ລະ​ຫວ່າງວັນ​ທີ 7-18/11 ຢູ່​ນະ​ຄອນ Marrakech ຂອງ Maroc ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ ປະ​ມຸກ​ລັດ 43 ທ່ານ ແລະ ການ​ນຳ​ລັດ​ຖະ​ບານ​ບັນ​ດາ​ປະ​ເທດ​ໃນ​ໂລກ 32 ທ່ານ. ນອກ​ຈາກ​ບັນ​ດາ​ຄະ​ນະ​ຜູ້​ແທນ​ທາງ​ການ​ແລ້ວ, ຍັງ​ມີ 3.300 ອົງ​ກາ​ນ​ຈັດ​ຕັ້​ງ​ສັງ​ຄົມ​ພົນ​ລະ​ເຮືອນ ຈະ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ເຫດ​ການນີ້. ທີ່​ການ​ປະ​ຊຸມ​ຂ່າ​ວ​ໃນ​ວັນ​ທີ 6/11 ຢູ່ Marakech, ປະ​ທານ COP22 ທ່ານ Salaheddine Mezouar ໃຫ້​ຮູ້​ວ່າ: COP22 ວາງ​ຄາດ​ໝາຍ​ສ້າງ​ຕັ້​ງ​ບັນ​ດາ​ຫລັກ​ການ​ເພື່ອ​ປະ​ຕິ​ບັດ​ສັນ​ຍາ ປາ​ຣີ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ຊື່ງ​ມີ​ຜົນ​ສັກ​ສິດ​ແຕ່​ວັນ​ທີ 4/11 ເປັນ​ຕົ້ນ​ໄປ ພາຍ​ຫລັງ​ໄດ້​ຮັບ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ຈາກ 100 ປະ​ເທດ ທີ່ກວມ​ເຖິງ 68% ຍອດ​ປະ​ລິ​ມານ​ການ​ປ​່ອຍອາຍ​ແກ​ສ​ເຮືອນ​ແກ້ວ (GES) ໃນ​ໂລກ. ຕົວ​ເລກ​ດັ່ງ​ກ່າວ​ໄດ້ລື່ນກາຍ​ລະ​ດັບ​ກຳ​ນົດ  ນັ້ນ​ແມ່ນ​​ຢ່າງ​ຫນ້ອຍ​ສຸດມີ 55 ປະ​ເທດ ກວມ​ເຖິງ 55% GES ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍານີ້. 


ຂ່າວ/ບົດ​ອື່ນ