CPTPP ສ້າງບັນດາກາລະໂອກາດໃຫ້ແກ່ວິສາຫະກິດ ຍີ່ປຸ່ນ ແລະ ຫວຽດນາມ

(VOVWORLD) -  ວັນທີ 22 ພະຈິກ, ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ສົມທົບກັບອົງການສົ່ງເສີມການແລກປ່ຽນການຄ້າ ຍີ່ປຸ່ນ (JETRO) ຈັດຕັ້ງການໂອ້ລົມສົນທະນາກ່ຽວກັບບັນດາຜົນປະໂຫຍດ ເຊິ່ງສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ນຳມາເຊິ່ງໃຫ້ແກ່ 2 ປະເທດ ຫວຽດນາມ ແລະ ຍີ່ປຸ່ນ.

CPTPP ສ້າງບັນດາກາລະໂອກາດໃຫ້ແກ່ວິສາຫະກິດ ຍີ່ປຸ່ນ ແລະ ຫວຽດນາມ - ảnh 1(ພາບປະກອບ/TTXVN) 

ກ່າວຄຳເຫັນໄຂການໂອ້ລົມສົນທະນາ, ທ່ານ ຫວູຮົ່ງນາມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ເນັ້ນໜັກເຖິງຄວາມມານະພະຍາຍາມຂອງທັງ ຫວຽດນາມ ແລະ ຍີ່ປຸ່ນ ໃນການສົ່ງເສີມວິວັດທະນາການເຈລະຈາ CPTPP ກັບ 11 ປະເທດສະມາຊິກປະສົບຜົນສຳເລັດ. ໃນສະພາບການ CPTPP ຈະມີຜົນສັກສິດນັບແຕ່ຕົ້ນປີ 2019 ຢ່າງເປັນທາງການ, ທ່ານເອກອັກຄະລັດຖະທູດ ຫວູຮົ່ງນາມ ໄດ້ສະແດງຄວາມເຊື່ອໝັ້ນວ່າ ສັນຍາສະບັບນີ້ ຈະສ້າງໂອກາດໃຫຍ່ກ່ຽວກັບດ້ານການຄ້າ ແລະ ການລົງທຶນໃຫ້ ຫວຽດນາມ ແລະ ຍີ່ປຸ່ນ ກໍ່ຄືບັນດາປະເທດສະມາຊິກທີ່ຍັງເຫຼືອໃນ CPTPP.

        ແລະກໍ່ໃນກອງປະຊຸມໂອ້ລົມ, ທ່ານ Yuri Sato ຮອງປະທານ JETRO ໄດ້ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະຍາດແຍ່ງໄດ້ບັນດາຜົນປະໂຫຍດຈາກສັນຍາ ເພື່ອຊຸກຍູ້ການລົງທຶນ ແລະ ການຄ້າ, ໂດຍຜ່ານການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ການປະຕິຮູບລະບຽບການບໍລິຫານ, ພາສີອາກອນ, ຊຸກຍູ້ການຜະລິດ, ແນໃສ່ເປີດກ້ວາງການສຳຜັດຂອງສິນຄ້າຂອງ ຫວຽດນາມ ເຂົ້າເຖິງບັນດາຕະຫລາດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ