Croatia ໃຫ້ສັດຕະຍາບັນອະນຸສັນຍາ ແຟງລັງ ແລະ ຊູແອັດ ເຂົ້າເປັນສະມາຊິກ NATO

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດ Croatia, Gordan Grlic Radman ຖະແຫຼງວ່າ ປະເທດນີ້ສະໜັບສະໜູນເລື່ອງເປີດກວ້າງ NATO ໄປຮອດ ແຟງລັງ ແລະ ຊູແອັດ ຄືດັ່ງການເພີ່ມທະວີການປ້ອງກັນຕົວລວມໝູ່ຂອງກຸ່ມ.
Croatia ໃຫ້ສັດຕະຍາບັນອະນຸສັນຍາ ແຟງລັງ ແລະ ຊູແອັດ ເຂົ້າເປັນສະມາຊິກ NATO - ảnh 1ສຳນັກງານ NATO ຢູ່ ບຣຸກແຊນ
(ພາບປະກອບ: AFP/TTXVN)

ວັນທີ 15 ກໍລະກົດ, ສະພາແຫ່ງຊາດ Croatia ໄດ້ໃຫ້ສັດຕະຍາບັນອະນຸສັນຍາຮັບ ແຟງລັງ ແລະ ຊູແອັດ ເຂົ້າເປັນສະມາຊິກອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (NATO) ດ້ວຍອັດຕາການສະໜັບສະໜູນຈາກຜູ້ແທນເຂົ້າຮ່ວມ 125/128 ທ່ານ. ກ່ອນໜ້ານັ້ນ, ໃນສານທີ່ສົ່ງເຖິງສະພາແຫ່ງຊາດ Croatia ໃນວັນທີ 14 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ Croatia, Gordan Grlic Radman ຖະແຫຼງວ່າ ປະເທດນີ້ສະໜັບສະໜູນເລື່ອງເປີດກວ້າງ NATO ໄປຮອດ ແຟງລັງ ແລະ ຊູແອັດ ຄືດັ່ງການເພີ່ມທະວີການປ້ອງກັນຕົວລວມໝູ່ຂອງກຸ່ມ.

        ວັນທີ 05 ກໍລະກົດ, ເອກອັກຄະລັດຖະທູດບັນດາປະເທດສະມາຊິກ NATO ປະຈຳ ບຣຸກແຊນ ໄດ້ເຊັນອະນຸສັນຍາຮັບ ແຟງລັງ ແລະ ຊູແອັດ ເຂົ້າເປັນສະມາຊິກ. ອະນຸສັນຍາຈະມີຜົນສັກສິດພາຍຫຼັງທີ 30 ປະເທດສະມາຊິກ NATO ທັງໝົດໃຫ້ສັດຕະຍາບັນ. ຄາດວ່າ, ວິວັດທະນາການດັ່ງກ່າວຈະແກ່ຍາວເປັນເວລາ 12 ເດືອນ.

ຕອບກັບ

ຂ່າວ/ບົດ​ອື່ນ