DHL Express: ອາຊຽນ ຈະນຳໜ້າການເຕີບໂຕໂລກໃນໄລຍະ 5 ປີຈະມາເຖິງ

(VOVWORLD) -ບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ ຄາດວ່າຈະສ້າງ 45% ຍອດລະດັບເຕີບໂຕການຄ້າທົ່ວໂລກ ແຕ່ປີ 2021 ຮອດປີ 2026.
DHL Express: ອາຊຽນ ຈະນຳໜ້າການເຕີບໂຕໂລກໃນໄລຍະ 5 ປີຈະມາເຖິງ - ảnh 1(ພາບປະກອບ: TTXVN)

ແຜນທີເຕີບໂຕການຄ້າທົ່ວໂລກ 2022 ທີ່ຫາກໍ່ປະກາດຫວ່າງມໍ່ໆມານີ້ ໄດ້ນຳບັນດາປະເທດ ອາຊຽນ ເຂົ້າຈຸດສຸມໜ້າສົນໃຈ ຍ້ອນພາກພື້ນນີ້ໄດ້ຮັບການຄາດຄະເນວ່າ ຈະນຳໜ້າໂລກກ່ຽວກັບການເຕີບໂຕດ້ານການສົ່ງອອກໃນໄລຍະ 5 ປີຈະມາເຖິງ.

ລະອຽດແມ່ນ, ບົດລາຍງານຂອງ DHL Express ຫາກໍ່ປະກາດນັ້ນ ໄດ້ໃຫ້ຂ້ໍສັງເກດວ່າ ບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ ຄາດວ່າຈະສ້າງ 45% ຍອດລະດັບເຕີບໂຕການຄ້າທົ່ວໂລກ ແຕ່ປີ 2021 ຮອດປີ 2026. ທ່ານ John Pearson, ຜູ້ອຳນວຍການບໍລິຫານ DHL Express, ໃຫ້ຂໍ້ສັງເກດວ່າ: “ຂ່າວດີ - ພິເສດສຳລັບ ອາຊີ, ອາຊຽນ ແລະ ໄທ, ແມ່ນເຂດ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີໃຕ້ໄດ້ ເຄື່ອນໄຫວເປັນຢ່າງດີ ນັບທັງລະດັບ ແລະ ຂອບຂະໜາດ”. ໃນນັ້ນ, ທ່ານຕີລາຄາວ່າ ຟີລິບປິນ, ມາເລເຊຍ, ອິນເດຍ, ຫວຽດນາມ ແລະ ໄທ ພວມພັດທະນາທີ່ໜ້າປະທັບໃຈດ້ວຍຂອບຂະໜາດໃຫຍ່.

ຕອບກັບ

ຂ່າວ/ບົດ​ອື່ນ