EC ປະຕິເສດຂໍ້ມູນຂ່າວ ເປັນຈຸດໝາຍບຸກໂຈມຕີ ຂອງກຳລັງ Jihad


EC ປະຕິເສດຂໍ້ມູນຂ່າວ ເປັນຈຸດໝາຍບຸກໂຈມຕີ ຂອງກຳລັງ Jihad - ảnh 1

ສຳນັກງານ​ຂອງ EC ຢູ່ບຣຸກ​ແຊນ-ປະ​ເທດ​ແບ​ນຊິກ

(ພາບ: http://thegioi.baotintuc.vn )

(vovworld) –​​​​ວັນ​ທີ 21/9, ຄະນະ​ກຳມະການ​ເອີ​ລົບ (EC) ​ໃຫ້​ຮູ້​ວ່າ, ບໍ່​ໄດ້​ຮັບ​ບໍ່​ວ່າການ​ນາບ​ຂູ່​ລະອຽດ​ໃດ​ແນ​ໃສ່​ສຳນັກງານ​ຂອງ​ອົງການ​ນີ້, ພາຍ​ຫລັງ​​ມີ​ຂ່າວ​ວ່າ: ສຳນັກງານ​ຂອງ EC ຊື່​ງ​ແມ່ນອົງການ​ບໍລິຫານ​ຂອງສະຫະພາບ​ເອີ​ລົບ (EU) ຢູ່​ບຣຸກ​ແຊນ ປະ​ເທດ​ແບ​ນຊິກ ອາດ​ຈະ​ແມ່ນ​ເປົ້າ​ໝາຍ​ບຸກ​ໂຈມ​ຕີຂອງ​ບັນດາ​ມື​ປືນ Jihad ທີ່ກັບ​ຈາກ​ຊີຣີ. ປະຈຸ​ບັນ, EC ກໍ່ບໍ່ມີ​ການ​ກະທຳ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ອ້ອມ​ແອ້ມ​ສຳນັກງານ EC ຢູ່​ໃຈກາງ​ບຣຸກ​ແຊ​ນ​ໃນ​ຕອນ​ເຊົ້າຂອງ​ວັນ​ດຽວ​ກັນ.

  ກ່ອນ​ໜ້ານັ້ນ, ອົງການ​ຕຸລາການ​ແບນ​ຊິກ​ໃຫ້​ຮູ້​ວ່າ, ສອງ​ເປົ້າໝາຍ​ຖືກ​ເຈົ້າໜ້າ​ທີ່​ປະ​ເທດ​ນີ້​ຈັບ​ຕົວ​ເມື່ອ​ເດືອນ 8/2014 ຜ່ານ​ມາ​ທີ່​ຖືກສົງ​ໃສ​ວ່າ​​ໄດ້ເຂົ້າຮ່ວມ​ກຸ່ມ​ກໍ່​ການ​ຮ້າຍ, ​ເຄີຍ​ກະກຽມ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ໃສ່​ສຳນັກງານ​ຂອງ EC ຢູ່ບຣຸກ​ແຊນ./.

ຂ່າວ/ບົດ​ອື່ນ