EC ສະເໜີປະຕິຮູບລະບົບຮັບເອົາສະມາຊິກໃໝ່ພາຍຫຼັງອັງກິດຖອນຕົວອອກຈາກອີຢູ

(VOVWORLD) -ຄະນະກຳມະການເອີລົບ (EC) ໄດ້ສະເໜີລະບົບໃໝ່ເພື່ອຮັບເອົາສະມາຊິກໃໝ່

EC ສະເໜີປະຕິຮູບລະບົບຮັບເອົາສະມາຊິກໃໝ່ພາຍຫຼັງອັງກິດຖອນຕົວອອກຈາກອີຢູ - ảnh 1 ທ່ານນາງ Ursula von der Leyen, ປະທານ EC

(ພາບ: AFP/TTXVN)

ພາຍຫຼັງລາຊະອານາຈັກອັງກິດ ຖອນຕົວອອກຈາກສະຫະພາບເອີລົບ (ອີຢູ) ໃນວັນທີ 31 ມັງກອນ ຢ່າງເປັນທາງການ, ຄະນະກຳມະການເອີລົບ (EC) ໄດ້ສະເໜີລະບົບໃໝ່ເພື່ອຮັບເອົາສະມາຊິກໃໝ່ - ເຊິ່ງເປັນສິ່ງທີ່ຕ້ອງການສ້າງໃຫ້ສົມບູນແບບຢ່າງຮີບດ່ວນຍ້ອນການຄັດຄ້ານຂອງຝລັ່ງ ແລະ ໂຮນລັງ ດ້ວຍການເຈລະຈາເປີດກວ້າງຖານະສະມາຊິກໃຫ້ແກ່ 2 ປະເທດເຂດ Balkan ຕາເວັນຕົກ.

          EC ຫວັງວ່າ, ພາຍຫຼັງສັບຊ້ອນບັນດາຂໍ້ກຳນົດຢ່າງເໝາະສົມ ຈະຫຼີກລ້ຽງໄດ້ການໂຈະເລື່ອງເຈລະຈາເຂົ້າເປັນສະມາຊິກອີຢູ ເມື່ອບັນດາປະເທດມີເງື່ອນໄຂຢ່າງຄົບຖ້ວນ ແລະ ມີຄວາມຕ້ອງການຢາກເຂົ້າເປັນສະມາຊິກຂອງກຸ່ມນີ້. ວັນທີ 05 ກຸມພາ, ທ່ານນາງ Ursula von der Leyen, ປະທານ EC ໄດ້ເວົ້າວ່າ ຂໍ້ສະເໜີດັ່ງກ່າວແມ່ນ “ສັນຍານຕັ້ງໜ້າ” ສຳລັບ Macedonia ເໜືອ ແລະ Albania, ພາຍຫຼັງທີ່ 2 ປະເທດມີຄວາມຫວັງຢາກເຂົ້າເປັນສະມາຊິກອີຢູ ແຕ່ຖືກປະຕິເສດເມື່ອເດືອນ ຕຸລາ 2019 ຍ້ອນຝລັ່ງ ແລະ ໂຮນລັງ ຄັດຄ້ານ ດ້ວຍເຫດຜົນທີ່ວ່າ ອີຢູ ຕ້ອງມີການປັບປຸມ, ເສຍກ່ອນຈຶ່ງຂະຫຍາຍສະມາຊິກໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ